ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 06/02, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ ຢູ່​ເຂດ​ປູຊະນີຍະສະຖານ​ປະທານ​​ໂຮ່ຈິ​ມິນ ທີ່ສຳນັກງານ​ປະທານ​ປະ​ເທດ (​​ເອີ້ນ​ວ່າເຮືອນ​ເລກທີ 67).

        ເຮືອນ​ເລກທີ 67 ​ແມ່ນ​ຊື່​​ເອີ້ນຕາມ​ເວລາ​ທີ່ກິດຈະກຳ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ​ແມ່ນ​ສະຖານ​ທີ່​ເຊິ່ງປະທານ​ໂຮ່ຈິ​ມິນ ​ເຮັດ​ວຽກ, ບຳລຸງ​ສຸຂະພາບ ​ແລະ ລ່ວງ​ລັບ​ໄປ. ​ໃນ​ບັນຍາກາດ​ທີ່​ເຄັ່ງຂຶມ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຖະຫວາຍ​ທູບ​ທຽນ​​ປະທານ​ໂຮ່ຈິ​ມິນ, ອາ​ໄລ​ຫາ​ບຸນຄຸນ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ.

        ອ່ວຍ​ພອນ​ປີ​ໃໝ່ພະນັກງານ, ລັດຖະກອນເຂດ​ປູຊະນີຍະສະຖານ​ປະທານ​​ໂຮ່ຈິ​ມິນ, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ບັນດາ​ພະນັກງານ​, ລັດຖະກອນເຂດ​ປູຊະນີຍະສະຖານ​ປະທານ​​ໂຮ່ຈິ​ມິນ ສືບ​ຕໍ່​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມ, ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາວັດຖຸ​ສິ່ງ​ຂອງ​ທີ່​ລ້ຳ​ຄ່າ​ໃຫ້​ປະຈຸ​ບັນ ​ແລະ ລຸ່ນຕໍ່ໆ​ໄປ​ ​ເພື່ອ​ໃຫ້​ພາລະກິດ​ຂອງ​ປະທານ​ໂຮ່ຈິ​ມິນ ຍືນ​ຍົງ​ຄົງ​ຕົວ​ໃນ​ດວງ​ໃຈ​ຂອງ​ຊາວ​​ຫວຽດນາມ ​ແລະ ​ເພື່ອນ​ມິດ 5 ທະວີບ​ຕະຫຼອດ​ໄປ.

ຂ່າວ/ບົດ​ອື່ນ