ປະທານທະນາຄານສູນກາງ ນິວຊີແລນ ຕີລາຄາສູງ ເລື່ອງຫວຽດນາມ ຫລຸດອັດຕາດອກເບ້ຍ ແລະ ບຸລິມະສິດການເຕີບໂຕ

(VOVWORLD) -ເລື່ອງ ຫວຽດນາມ ຫລຸດອັດຕາດອກເບ້ຍໃນໄລຍະຜ່ານມາໃນຂະນະທີ່ຫລາຍປະເທດເພີ່ມອັດຕາດອກເບ້ຍ ແລະ ຫວຽດນາມ ອາດຈະໃຫ້ບຸລິມະສິດການເຕີບໂຕໄວກວ່າຫລາຍປະເທດ ເປັນການສະແດງໃຫ້ເຫັນບັນດານະໂຍບາຍບໍລິຫານອັນຖືກຕ້ອງ. 

ປະທານທະນາຄານສູນກາງ ນິວຊີແລນ ຕີລາຄາສູງ ເລື່ອງຫວຽດນາມ ຫລຸດອັດຕາດອກເບ້ຍ ແລະ ບຸລິມະສິດການເຕີບໂຕ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ສາດສະດາຈານ Neil Quigley ອະທິການບໍດີ ມະຫາວິທະຍາໄລ Waikato ທັງເປັນປະທານສະພາສະມາຊິກທະນາຄານສູນກາງ ນິວຊີແລນ. ພາບ: VOV

ຕອນເຊົ້າວັນທີ 10 ມິນາ, ຢູ່ Auckland, ໃນການໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ສາດສະດາຈານ Neil Quigley ອະທິການບໍດີ ມະຫາວິທະຍາໄລ Waikato ທັງເປັນປະທານສະພາສະມາຊິກທະນາຄານສູນກາງ ນິວຊີແລນ.

ທີ່ການພົບປະ, ສາດສະດາຈານ Neil Quigley ຕີລາຄາ: ຫວຽດນາມ ມີທີ່ຕັ້ງບົດບາດນັບມື້ນັບສູງ ແລະ ຢັ້ງຢືນ ຫວຽດນາມ ແມ່ນບຸລິມະສິດຂອງ Waikato ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. Waikato ມີຄຳໝັ້ນສັນຍາຈະສຸມແຫລ່ງກຳລັງ ແລະ ການເຄື່ອນໄຫວຍາວນານຢູ່ ຫວຽດນາມ ແລະ ປາດຖະຫນາຢາກໄດ້ເປີດກວ້າງການຮ່ວມມືກັບຫວຽດນາມ ກ່ຽວກັບບາງຂົງເຂດຄື: fintech, ປັນຍາປະດິດ, ການປ້ອງກັນຕ້ານການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ, ມາດຕະການຮັກສາຄວາມປິດລັບດ້ານຂໍ້ມູນ.

ທ່ານ Neil Quigley ຕີລາຄາສູງບັນດາມາດຕະການ ແລະ ໝາກຜົນການບໍລິຫານເສດຖະກິດມະຫາພາກ, ນະໂຍບາຍເງິນຕາ, ການຄວບຄຸມໄພເງິນເຟີ້ຂອງຫວຽດນາມ. ພິເສດ ແມ່ນ ເລື່ອງ ຫວຽດນາມ ຫລຸດອັດຕາດອກເບ້ຍໃນໄລຍະຜ່ານມາໃນຂະນະທີ່ຫລາຍປະເທດເພີ່ມອັດຕາດອກເບ້ຍ ແລະ ຫວຽດນາມ ອາດຈະໃຫ້ບຸລິມະສິດການເຕີບໂຕໄວກວ່າຫລາຍປະເທດ ເປັນການສະແດງໃຫ້ເຫັນບັນດານະໂຍບາຍບໍລິຫານອັນຖືກຕ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ