ປະທານປະເທດ Truong Tan Sang ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ອູແກຼນ

ປະທານປະເທດ Truong Tan Sang ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ອູແກຼນ - ảnh 1
(ທ່ານ​ປະທານ​ປະ​ເທດ Truong Tan Sang
ຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງກັນປະ​ເທດ ອູ​​ແກຼນ)

(vovworld) -     ຕອນ​ບ່າຍ​ວັນ​ທີ 13/9, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທ​​ດຫວຽດນາມ Truong Tan Sang ​ໄດ້​ໃຫ​້ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງກັນປະ​ເທດ ອູ​​ແກຼນ Salamatin Dmitry Albertovich, ​ເນື່ອງ​ໃນ​ໂອກາດ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ​​ໃນແນວທາງ​ການ​ຕ່າງປະ​ເທດຫວຽດນາມ ຍາມ​ໃດກໍ​ປາດຖະໜາ​ຍາກເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ອູ​​ແກຼນ. ທ່ານ​ປະທານ​ປະ​ເທດ​ຂອບ​ອົກ​ຂອບ​ໃຈ ອູ​​ແກຼນ ທີ່​ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​​ຍາດ​ເອົາ​ເອກະລາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ​ຂອງ ອູ​​ແກຼນ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ ​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອເຫັນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ປະທານ​ປະ​ເທ​ດ ຫວັງ​ວ່າ ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ນັ້ນ ສອງ​ຝ່າຍ​ຈະ​ນຳ​ການ​ພົວພັນ​ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ລັດຖະມົນຕີ ອູ​​ແກຼນ Salamatin Dmitry Albertovich ​ໄດ້​ເນັ້ນ​ນັກ​​ເຖິງສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຢືນຢັນວ່າ ສອງ​ຝ່າຍ​ມີ​ກາລະ​ໂອກາດ​​ຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື. ທ່ານ​ລັດຖະມົນຕີ ອູ​​ແກຼນ ​ໄດ້​ແຈ້ງ​​ໂດຍ​ຍໍ້ກ່ຽວ​ກັບ​ການ​ແລກປ່ຽນ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ​ແລະ ອູ​​ແກຼນ ​ໃນ​ຕອນ​ເຊົ້າ​ວັນ​ທີ 13/9 ​ແລະ ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກສາ​ບຳລຸງ​ສ້າງ, ​ເຕັກນິກ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ ຈະໄດ້​ຮັບ​ການສະ​ແດງ​ອອກ​ຜ່ານ​ການ​ເວລາ. ນີ້​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ ອູ​​ແກຼນ ຫວັງ​ວ່າ ສອງ​ຝ່າຍ​ຈະ​ມີ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ແບ່ງປັນ​ບົດຮຽນ​ຮ່ວມ​ມື, ກໍ​ຄື​ການ​ນຳ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ຫວຽດນາມ ​ແລະ ອູ​​ແກຼນ ກວ່າ​ອີກ.

ຂ່າວ/ບົດ​ອື່ນ