ປະທານປະເທດ ລົງກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼວດເຄື່ອນທີ່

(VOVWORLD) - ໄລຍະຈະມາເຖິງ, ກຳລັງອາລັກຂາ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ບັນດາການນຳພັກ, ລັດ, ໃຫ້ແກ່ການເຄື່ອນໄຫວ, ເຫດການສຳຄັນຂອງປະເທດຊາດ ກໍ່ຄືຂອງສາກົນ ທີ່ຈັດຂຶ້ນຢູ່ ຫວຽດນາມ
ປະທານປະເທດ ລົງກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼວດເຄື່ອນທີ່ - ảnh 1ປະທານປະເທດ ລົງກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼສດເຄື່ອນທີ່
(ພາບ:VOV)

ຕອນເຊົ້າວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໄດ້ລົງກວດກາວຽກງານກຽມພ້ອມສູ້ຮົບຂອງພະນັກງານ, ນັກຮົບກອງບັນຊາການກຳລັງອາລັກຂາ ແລະ ກອງບັນຊາການຕຳຫຼວດເຄື່ອນທີ່ໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024.

        ເມື່ອລົງຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບກຳລັງພິອາລັກຂາຕຳຫຼວດປະຊາຊົນ, ທ່ານປະທານປະເທດ ສະເໜີວ່າ: ໄລຍະຈະມາເຖິງ, ກຳລັງອາລັກຂາ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ບັນດາການນຳພັກ, ລັດ, ໃຫ້ແກ່ການເຄື່ອນໄຫວ, ເຫດການສຳຄັນຂອງປະເທດຊາດ ກໍ່ຄືຂອງສາກົນ ທີ່ຈັດຂຶ້ນຢູ່ ຫວຽດນາມ, ກໍ່ຄືການເຄື່ອນໄຫວຂອງການນຳພັກ, ລັດ ຢູ່ຕ່າງປະເທດ. ທ່ານປະທານປະເທດ ຮຽກຮ້ອງໃຫ້ຂະແໜງຕຳຫຼວດສຸມໃສ່, ມານະພະຍາຍາມສູ້ຊົນສ້າງກຳລັງອາລັກຂາຕຳຫຼວດປະຊາຊົນ ຮອດປີ 2025 “ປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.

        ເມື່ອລົງຢ້ຽມຢາມ, ອວຍພອນປີໃໝ່, ກວດກາວຽກງານກຽມພ້ອມສູ້ຮົບຂອງກອງບັນຊາການຕຳຫຼວດເຄື່ອນທີ່, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຄະນະພັກ ກອງບັນຊາການຕຳຫຼວດເຄື່ອນທີ່ ສ້າງກຳລັງຕຳຫຼວດ ປະຊາຊົນນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ. ໃນບໍ່ວ່າສະພາບການໃດ, ເງື່ອນໄຂໃດກໍ່ຕ້ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ