ປະທານປະເທດ ຫວໍວັນເຖືອງ: ອາເມລິກາ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ມີຄວາມປິຕິຊົມຊື່ນກ່ຽວກັບໝາກຜົນຂອງການໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນເດືອນ ມີນາ ຜ່ານມາ
ປະທານປະເທດ ຫວໍວັນເຖືອງ: ອາເມລິກາ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ Marc Evans Knapper ແລະ ທ່ານປະທານປະເທດ ຫວໍວັນເຖືອງ
(ພາບ:Thống Nhất/TTXVN)

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Marc Evans Knapper, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອາເມລິກາ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ອາເມລິກາ ເປັນສຳຄັນ ແລະ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ. ທ່ານປະທານປະເທດ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຕ້ອນຮັບປະທານາທິບໍດີ ອາເມລິກາ ມາຢ້ຽມຢາມ ຫວຽດນາມ ໂດຍໄວ. ເພື່ອສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ, ທ່ານປະທານປະເທດ ສະເໜີວ່າ ສອງປະເທດຄວນຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນກ່ວາອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ທັງສອງປະເທດ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

        ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ມີຄວາມປິຕິຊົມຊື່ນກ່ຽວກັບໝາກຜົນຂອງການໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນເດືອນ ມີນາ ຜ່ານມາ, ຖືວ່າ ໃນສະພາບການມີສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ, ເລື່ອງສອງຝ່າຍຊຸກຍູ້ການຮ່ວມມືມີຄວາມໝາຍສຳຄັນ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຊິ່ງລວມມີການແກ້ໄຂບັນດາທາດພິດສີສົ້ມ/ດີໂອຊິນ, ຊອກຫາຜູ້ຫາຍສາບສູນໃນປາງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ