ປະທານປະເທດ ເຈີ່ນດ້າຍກວາງ ປຸກລະດົມວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ

(VOVWORLD) - ວັນບຸນປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນ ຫວຽດນາມໃນຊຸມວັນບຸນເຕັດ, ຕ້ອນຮັບລະດູບານໃໝ່
ປະທານປະເທດ ເຈີ່ນດ້າຍກວາງ ປຸກລະດົມວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂພິທີ

ຕອນເຊົ້າວັນທີ 21 ກຸມພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ ເຂົ້າຮ່ວມພິທເປີດ ແລະ ຕີກອງປຸກລະດົມ “ວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ” ລະດູບານໃໝ່ປີຈໍ 2018 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກກ້ານ ຈັດຕັ້ງຢູ່ ຕາແສງ ກວນບີ່ງ, ເມືອງ ແບກທົງ, ແຂວງ ບັກກ້ານ. ຕີກອງ ປຸກລະດົມ ວັນບຸນປູກຕົ້ນໄມ້ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ວັນບຸນປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນ ຫວຽດນາມໃນຊຸມວັນບຸນເຕັດ, ຕ້ອນຮັບລະດູບານໃໝ່, ນຳມາເຊິ່ງບັນດາໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານກ່າວວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ພໍ່ແມ່ປະຊາຊົນ, ພວກສະຫາຍ, ພວກລຸງ ປ້າ ອ່າວ ອາ, ພວກອ້າຍ, ເອື້ອຍ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດ, ໃນຊຸມວັນບຸນເຕັດ, ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018, ຈົ່ງຫ້າວຫັນເຂົ້າຮ່ວມການປູກຕົ້ນໄມ້, ເພື່ອປູກຕົ້ນໄມ້ ເປັນປ່າເພື່ອປົກປັກຮັກສາຄັນຄູ, ຕ້ານສະພາບດິນເຊາະເຈື່ອນ… ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ; ພ້ອມທັງຍົກສູງສະຕິປົກປັກຮັກສາປ່າ, ສະກັດກັ້ນສະພາບການຕັດໄມ້, ທຳລາຍປ່າຢ່າງຜິດກົດໝາຍ.”

ປະທານປະເທດ ເຈີ່ນດ້າຍກວາງ ປຸກລະດົມວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ - ảnh 2 ທ່ານປະທານປະເທດ ທຳພິທີປູກຕົ້ນໄມ້

ຕອບກັບ

ຂ່າວ/ບົດ​ອື່ນ