ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ

(VOVWORLD) -ເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ດ້ວຍຫົວຂໍ້ “ຂອບອ້ອມ ແລະ ແລວທາງ: ຮ່ວມມືເພື່ອຄວາມວັດທະນາຖາວອນລວມ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ພຶດສະພາ ຢູ່ນະຄອນຫລວງ ປັກກີງ ປະເທດ ຈີນ
ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ເຂົ້າຮ່ວມເວທີປາໄສມີການນຳຂັ້ນສູງມາຈາກ 29 ປະເທດ ພ້ອມກັບເລຂາທິການໃຫຍ່ສະຫະປະຊາຊາດ, ປະທານທະນາຄານໂລກ (WB), ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ແລະ ແຂກຖືກເຊີນປະມານ 1.500 ຄົນທີ່ມາຈາກກ່ວາ 130 ປະເທດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ ນຳໜ້າ ຊຶ່ງລວມມີການນຳບາງກະຊວງ, ຂະແໜງການ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ ເນັ້ນໜັກ   ວ່າ: ຈີນ ພ້ອມກັບຫລາຍປະເທດລົງນາມໃນສັນຍາຮ່ວມມື “ຂອບອ້ອມ ແລະ ແລວທາງ”, ໃນນັ້ນ ລວມມີບັນດາໂຄງການເຊື່ອມຈອດກ່ຽວກັບຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ, ພະລັງງານ…ກໍ່ຄືບັນດາໂຄງການອື່ນໆອີກ… ຈີນຈະເລີ່ມດຳເນີນບັນດາໂຄງການນີ້ ໃນໄລຍະນີ້, ເພື່ອຈະໄດ້ຮັບໝາກຜົນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ