ປະທານປະເທດ ເຈືອງເຕີນຊາງ ພົບປະກັບວິສາຫະກິດບັນລຸເຄື່ອງໝາຍການຄ້າ ແຫ່ງຊາດ 2012

ປະທານປະເທດ ເຈືອງເຕີນຊາງ ພົບປະກັບວິສາຫະກິດບັນລຸເຄື່ອງໝາຍການຄ້າ ແຫ່ງຊາດ 2012 - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງພົບ​ປະ​ກັບ​
ການ​ນຳ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບລາງວັນ “ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ 2012”)


(vovworld) -     ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຄວນ​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ​ນັບ​ທັງ​ຕະຫຼາດ​ພາຍ​ໃນປະ​ເທດ ​ແລະ ສາກົນ, ຮ່ວມ​​ແຮງ​ຮ່ວ​ມ​ໃຈ​ແບ່ງປັນ​ບົດ​ຮຽນ​ເພື່ອ​ພັດທະນາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາ​ຄົມ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ນັ້ນ​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ພາຍຫຼັງ​​ພົບ​ປະ​ກັບ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບລາງວັນ “ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ 2012” ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 07/01 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ບັນດາ​ວິ​ສາ​ຫະກິດ​ຄວນ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ບົນ​ເວທີ​ສາກົນຢ່າງ​ແທດ​ຈິງ. ທ່ານ​ກ່າວ​ວ່າ.

“ຜ່ານ​ສະຫະ​ສະມາ​ຄົມ ​ຂ້າພະ​ເຈົ້​າຍາກເນັ້ນ​ໜັກ​ເຖິງ​​ເລື່ອງ​ແບ່ງປັນ​ບົດຮຽນ, ສຳລັບການດຳ​ເນີນ​ທຸລະ​ກິດ ນັກທຸລະກິດກໍ​ມີ​ຄວາມ​​ເຄັດ​ລັບດ້ານ​ວິຊາ​ຊີບ ​ ​ແຕ່​ອັນ​ໃດ​ທີ່​ອາດ​ຈະແບ່ງປັນ​ໄດ້​ກໍ່​ຄວນ​ແບ່ງປັນ​ໃຫ້​ກັນ​, ບັນດາ​ບົດຮຽນ​ທີ່​ອາດ​ຈະ​ຖ່າຍ​ທອດໄດ້​ກໍ່​ຕ້ອງຖ່າຍ​ທອດໃຫ້​ກັນ. ພິ​ເສດ​ບໍ່​ຕຳໜິຕິຕຽນ, ໃສ່​ຮ້າຍ​ປາຍ​ສີ​ໃສ່ກັນ ​ຕ້ອງ​ອາ​ໄສ​ກັນ, ​ແນະນຳໃຫ້​ກັນ. ທີ່​ໜຶ່ງ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດຂອງ​ວິ​ສາ​ຫະກິດ, ທີ່ສອງ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ອີກ​ດ້ວຍ. ວິ​ສາ​ຫະກິດ​​ແຫ່ງດຽວ​ບໍ່​ສາມາດ​​ແກ່ດຶງ​ທົ່ວ​ປະ​ເທດ​​ໃຫ້ພັດທະນາໄດ້ ຫາກ​ຍັງ​ຕ້ອງ​ມີ​ວິ​ສາ​ຫະກິດຫຼາຍ​ແຫ່ງ ​ແລະ ຕ້ອງ​ເສີມ​ຂະ​ຫຍາ​ຍນ້ຳໃຈ​ສາ​ມັກ​ຄີ”.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ປີ 2013 ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ​ເພາະສະ​ນັ້ນ​ສະພາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ຕ້ອງສືບ​ຕໍ່​ມີ​ຫຼາຍ​ຮູບ​​ແບບ​ເພື່ອ​ໜູນຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ນະ​ໂຍບາຍ ​ແລະ ແຫຼ່ງກຳລັງ​ໃຫ້​​ແກ່ວິ​ສາ​ຫະກິດ​ເວົ້າ​ລວມ, ກໍ​ຄືວິ​ສາ​ຫະກິດທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ