ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ກ່າວຄຳເຫັນຕໍ່ໜ້າ ສະພາແຫ່ງຊາດ ຍີ່ປຸ່ນ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ກ່າວຄຳເຫັນຕໍ່ໜ້າ ສະພາແຫ່ງຊາດ ຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຍີ່ປຸ່ນ, ຕ​ອນບ່າຍ​ວັນ​ທີ 18/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ການ​ຢ້ຽມຢາມ ​ແລ​ະ ​ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ, ອົງການນິຕິບັນຍັດທີ່ໄດ້ຮັບການສ້າງຕັ້ງກ່ອນໝູ່​ຢູ່​ອາຊີ. ດ້ວຍ​ຫົວ​ຂໍ້​ວ່າ “ປ່ຽນ​ໃໝ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ແທດເໝາະກັບ​ໂລກ​ພວມ​ປ່ຽນ​​ແປງ”, ບົດ​ກ່າວ​ປາ​ໄສ​ແມ່ນ​ສານ​ຢັ້ງຢືນ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແບບ​ຍືນ​ຍົງ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ຍີ່ປຸ່ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ:

    “ຍີ່ປຸ່ນ ກາຍ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ ​ແລະ ສຳຄັນ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝ​ຂອງ​ຫວຽດນາມ. ​ຫວຽດນາມ ​ໄດ້​ນຳ​ໃຊ້ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA) ອັນ​ລ້ຳຄ່າ​ຂອງ ຍີ່ປຸ່ນຢ່າງ​ມີ​ປະສິດທິ​ຜົນ. ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ຮູບ​​ແບບ​ການ​ເຕີບ​ໂຕ, ພວກ​ຂ້າພະ​ເຈົ້າ​ລໍຄອຍ​ການ​ຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ ​ແລະ ການ​ໜູນ​ຊ່ວຍ​ຕັ້ງໜ້າ​ຂອງ​ຍີ່ປຸ່ນ​ຜ່ານ​ການ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ​ເພີ່ມ​ທະວີ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີ.​.​. ພວກ​ຂ້າພະ​ເຈົ້າ ຫວັງ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄຫຼ່​, ຊ່ວຍ​ເຫຼືອ ຫວຽດນາມ ກ້າວ​ຂຶ້ນ, ປະຕິບັດ​ສຳ​ເລັດ​ຈຸດ​ໝາຍ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ”

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນອີກ​ວ່າ:

    “ຫວຽດນາມ ​ເຊື່​ອໝັ້ນ​ວ່າ, ບັນດາ​ຈຸດໝາຍ​ປ້ອງກັນ​ຄວາມ​ສະຫງົບ, ພັດທະນາ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ ບັນລຸ​ໄດ້​ເມື່ອ​ແຕ່ລະ​ປະ​ເທດ​ຜູກຮັດ​ພາລະກິດ​ຂອງ​ປະ​ເທດ​ຕົນ​ກັບ​ພາລະກິດ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ. ບົນຈິດ​ໃຈ​ນັ້ນ, ສຳລັບ​ບັນດາ​ບັນຫາ​ພິ​ພາດ​ຢູ່​ທະ​ເລ, ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ຢືດໝັ້ນ​ຫຼັກການ​ແກ້​ໄຂ​ດ້ວຍ​ມາດ​ຕະການ​ໂດຍສັນຕິວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ..​.​ ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ກາຍ​ເປັນ​ສະມາ​ຊິກຄະນະ​ປະຈຳ​ສະພາ​ຄວາ​ມໝັ້ນຄົງ ສປຊ, ມີ​ບົດບາດ​ທີ່​ຕັ້ງ​ເໝາະ​ສົມ​ໃນ​ເວທີ​ສາກົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ກາ​ນຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.”

    ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ຕຳ່ ​ແລະ ປະທານ​ສະພາ​ສູງ ຍີ່ປຸ່ນ.

    ຕ​ອນບ່າຍ​ວັນ​ທີ 18/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ການ​ພົບ​ປະ​ກັບທ່ານ Kazuo Shii ​ປະທານ​ຄະນະ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຍີ່​ປຸ່ນ ທ່ານ Iukio Hatoiama, ​ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ ທ່ານ Chihiro Kanagaoa, ປະທານ​ສະພາ​ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຍີ່ປຸ່ນ.​.​..

 

ຂ່າວ/ບົດ​ອື່ນ