ປະທານປະເທດມອບຂໍ້ຕົກລົງໃຫ້ນາຍທະຫານ 7 ຄົນທີ່ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) -ຕອນເຊົ້າວັນທີ 21 ພຶດສະພາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ນາຍທະຫານ 7 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ສາທາລະນະລັດ ອາຟຣິກາກາງ ແລະ ຊູດັງໃຕ້.
ປະທານປະເທດມອບຂໍ້ຕົກລົງໃຫ້ນາຍທະຫານ 7 ຄົນທີ່ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ - ảnh 1ພິທີມອບຂໍ້ຕົກລົງໃຫ້ນາຍທະຫານ 7 ຄົນທີ່ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາ

ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ປາດຖະໜາວ່າ: ນາຍທະຫານ 7 ຄົນຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບຄະນະປະຕິບັດງານສະຫະປະຊາຊາດ ເພື່ອຕິດຕໍ່, ພົວພັນແກ້ໄຂບັນດາເນື້ອໃນທີ່ກ່ຽວຂ້ອງເຖິງສະພາບຕົວຈິງຢູ່ 2 ປະເທດດັ່ງກ່າວ, ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍກົມກອງຢູ່ 2 ປະເທດນີ້. ໃນໄລຍະຈະມາເຖິງ, ກົມຮັກສາສັນຕິພາບ ສືບຕໍ່ເພີ່ມທະວີວຽກງານເກນທະຫານ, ກະກຽມກຳລັງສຳຮອງທີ່ຈະທົດແທນສືບທອດໃນຊຸມປີຕໍ່ໄປ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

 

ຕອບກັບ

ຂ່າວ/ບົດ​ອື່ນ