ປະທານປະເທດຫວຽດນາມເຈືອງເຕິນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟຣິກກາ

ປະທານປະເທດຫວຽດນາມເຈືອງເຕິນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟຣິກກາ - ảnh 1
ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ
(ພາບ: TTXVN)


(vovworld) -  ​​ໂດ​ຍຮັບ​ຄຳ​ເຊີນຂອງ​ທ່ານ​ປະທານາທິບໍດີ​ ອິນ​ໂດ​ເນ​ເຊຍ Joko Widodo, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽ​ດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ-​ອາ​ຟຣິກກາ ​ຢູ່​ນະຄອນຫຼວງ Jakarta ​ແລະ ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ດຳ​ເນີນກອງ​ປະຊຸມ Bandung 1955, 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່​ອາຊີ-​ອາ​ຟຣິກກາ ຢູ່​ນະຄອນ Bandung ​ໃນ​ລະຫວ່າງ​ວັນ​ທີ 22-24/4/2015.

      ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ-​ອາ​ຟຣິກກາ ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້-​ໃຕ້​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ ​ແລະ ວັດ​ທະນາ​ຖາວອນ​ໃນ​ໂລກ”. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ-​ອາ​ຟຣິກກາ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ, ​ເປັນ​ເຈົ້າ​ການ​ເຊື່ອ​ມໂຍງ​ເຂົ້າ​ກັບສາກົນ, ​ເປັນ​ເຈົ້າ​ການປະກອບສ່ວນ​ສ້າງສາ ​ແລະ ມີ​ຄວາມ​ຮັບຜິດຊອບ​ຢູ່​ກອງ​ປະຊຸມ. ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ພ້ອມ​ກັບ​ບັນດາປະ​ເທດ ​ອາຊີ-​ອາ​ຟຣິກກາ ຮັກສາ​ບັນດາ​ຫຼັກການ Bandung ​ແລະ ຫຼັກການຕ່າງໆ​ຂອງ​ກົດໝາຍ​ສາກົນ, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ອາຊີ-​ອາ​ຟຣິກກາ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​​ປະ​ເທດ​ເຈົ້າພາບ ອິນ​ໂດ​ເນ​ເຊຍ.

ຂ່າວ/ບົດ​ອື່ນ