ປະທານປະເທດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີແລະຜັນຂະຫຍາຍວຽກງານ 6 ເດືອນທ້າຍປີ 2021 ຂອງກຳລັງຕຳຫຼວດປະຊາຊົນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຕຳຫຼວດ ຈົ່ງສືບຕໍ່ຍົກສູງກຳລັງຄວາມສາມາດ, ບົດບາດນຳພາວຽກງານຂອງຕຳຫຼວດຢ່າງຮອບດ້ານ
ປະທານປະເທດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີແລະຜັນຂະຫຍາຍວຽກງານ 6 ເດືອນທ້າຍປີ 2021 ຂອງກຳລັງຕຳຫຼວດປະຊາຊົນ - ảnh 1 ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: cand.com.vn)

ກຳລັງຕຳຫຼວດປະຊາຊົນ ຍາມໃດກໍ່ຍົກສູງຈິດໃຈຮັບໃຊ້ປະຊາຊົນ, ຮັກສາຄວາມສະຫງົບສຸກໃຫ້ແກ່ປະຊາຊົນ, ຖືນີ້ແມ່ນໜ້າທີ່ແຖວໜ້າ, ສຸມໃສ່ຊາບຊຶມປະຕິບັດ ເພື່ອກໍ່ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ກຳລັງຕຳຫຼວດປະຊາຊົນຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມສະຫຼຸບວຽກງານຕຳຫຼວດໃນ 6 ເດືອນຜ່ານມາ ແລະ ຜັນຂະຫຍາຍໜ້າທີ່ໃນ 6 ເດືອນທ້າຍປີຂອງກຳລັງຕຳຫຼວດປະຊາຊົນ, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຕຳຫຼວດ ຈົ່ງສືບຕໍ່ຍົກສູງກຳລັງຄວາມສາມາດ, ບົດບາດນຳພາວຽກງານຂອງຕຳຫຼວດຢ່າງຮອບດ້ານ, ໃນນັ້ນສືບຕໍ່ຊາບຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງເຂັ້ມງວດ.

        “ສືບຕໍ່ເພີ່ມທະວີບັນດາມາດຕະການແກ້ໄຂ, ໜ້າທີ່ຈຸດສຸມໃນການປ້ອງກັນ, ຕໍ່ສູ້ປາບປາມອາດຊະຍາກຳເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ໃນນັ້ນຈັດຕັ້ງການປຸກໂຈມຕີ, ປາບປາມອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳເສດຖະກິດ, ການສໍ້ກົງການຄ້າ. ເພີ່ມທະວີການຮ່ວມມືສາກົນ ເພື່ອຕໍ່ສູ້ກັບບັນດາອາດຊະຍາກຳດັ່ງກ່າວຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ເປັນເຈົ້າການສັງເກດ, ຕໍ່ສູ້ກັບບັນດາວິທີການ, ເລ່ລ່ຽມຂອງອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ