ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອເຫຼົ່າຮົບທະຫານດັກກົງ

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອເຫຼົ່າຮົບທະຫານດັກກົງ - ảnh 1
ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ
50 ປີແຫ່ງວັນມູນເຊື້ອເຫຼົ່າຮົບທະຫານດັກກົງ

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະ​ຫຼອງ​ໃນ​ຕອນ​ເຊົ້າ​ວັນ​ທີ 19/03 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ວ່າ ​ເຫຼົ່າ​ຮົບທະຫານ​ດັກ​ກົງ ຄວນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ, ​ໄຈ້​ແຍກ, ຕີ​ລາຄາ ​ແລະ ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ຊັດ​ເຈນ ພິ​ເສດ​ແມ່ນ​ບັນດາ​ການ​ຜັນ​ແປ​ທີ່​ກ່ຽວຂ້ອງ​ເຖິງ​ບັນ​ຫາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ ​ເພື່ອ​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ທີ່​ເໝາະ​ສົມ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຫຼົ່າ​ຮົບ​ທະຫານ​ດັກ​ກົງ​ຄວນ​ສຶກສາ, ບຳລຸງສ້າງເປັນ​ປະຈຳ ​ເພື່ອ​ໃຫ້​ທະຫານ​ມີ​ຄວາມຮັບ​ຮູ້ທີ່​ຕັ້ງ, ບົດ​ບາດ, ພາລະ​ໜ້າ​ທີ່​ຂອງ​ກອງທັບ, ຂອງ​ເຫຼົ່າ​ຮົບ​ທະຫານ​ດັກ​ກົງ​ ກໍ່​ຄື​ກົນ​ອຸ​ບາຍ, ​ເລ່ລ່ຽມ​ການ​ເຄື່ອນ​ໄຫວຕ້ານ, ທຳລາຍ​ຂອງ​ບັນດາອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ​ໃນ​ສະພາບ​ການ​ໃໝ່ຢ່າງ​ຖືກຕ້ອງ. ​ເຫຼົ່າ​ຮົບ​ທະຫານ​ດັກ​ກົງ​ຄວນ​ສ້າງ​ເນື້ອ​​ໃນ, ລາຍການ​ຝຶກ​ຊ້ອມໃຫ້​ເໝາະ​ສົມ​ກັບບັນຈຸ​ພະນັກງານຈັດ​ຕັ້ງ, ອາວຸດ, ພາຫະນະ​ອຸປະກອນ​ທີ່ມີຢູ່​ແລ້ວ ​ແລະ ທ່າ​ອ່ຽງພັດທະນາ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຕິດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່, ​ເປົ້າ​ໝາຍ ​ແລະ ບໍລິ​ເວນການ​​ຮົບ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ມອບຫຼຽນ​ໄຊ​ວິລະ​ກຳ​ຊັ້ນ 1 ​ໃຫ້​ເຫຼົ່າ​ຮົບ​ທະຫານດັກ​ກົງ ​ຍ້ອນ​ມີ​​ຜົນ​ງານດີ​ເດັ່ນ​ພິ​ເສດ​ໃນ​ການ​ສ້າງ​ກອງທັບ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ສ້າງສາ​ລັດ​ທິສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ