ປະທານປະເທດເຈືອງເຕີນຊາງຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດສ.ເກົາຫຼີ

ປະທານປະເທດເຈືອງເຕີນຊາງຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດສ.ເກົາຫຼີ - ảnh 1
ທ່ານ Han Ki Koo, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ
ສ. ເກົາຫຼີ (ເບື້ອງ​ຂວາ)

(vovworld) - ຕອນ​ບ່​າຍ​ວັນ​ທີ 28/5, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ Han Ki Koo, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ພວມ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈື່ອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2009, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງເປັນ​ປະ​ຈຳ, ສ. ເກົາຫຼີ​ ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ ຫວຽດ​ນາມ. ພິ​ເສດ, 2 ຝ່າຍມ​ີ​ຄວາມ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ດ້​ານ​ວັດ​ທະ​ນະ​ທຳ ແລະ ຢູ່​ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ມີຊາວ​ຕ່າງ​ດາວ 100.000 ຄົນດຳ​ລົງ​ຊີ​ວິດ, ນີ້​ເປັນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ 2 ​ປະ​ເທດ ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ​້​ຮັບ​ການ​ລົງ​ນາ​ມ​ແລ້ວ​ໂດຍ​ໄວ, ພ້ອມ​ທັງ​ມີ​ຂໍ້​ລິ​ເລີ່ມ​ໃໝ່​ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​​ຕົວຈິງ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງຢ່າງ​ສູງ, ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂ​ອງ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ