ປະທານປະເທດເຈືອງເຕີນຊາງມອບຂໍ້ຕົກລົງແຕ່ງຕັ້ງນັກໄອຍະການ

ປະທານປະເທດເຈືອງເຕີນຊາງມອບຂໍ້ຕົກລົງແຕ່ງຕັ້ງນັກໄອຍະການ - ảnh 1
ປະທານປະເທດເຈືອງເຕີນຊາງມອບຂໍ້ຕົກລົງແຕ່ງຕັ້ງນັກໄອຍະການ
(ພາບ: ອົງ​ການ​ໄອ​ຍະ​ການ​ປ​ຊ​ຊ​ສູງ​ສຸດ)

(vovworld) - ​​​ຕອນ​ບ່າຍ​ວັນ​ທີ 18/5, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານຕຸ​ລາ​ການ​ສູນ​ກາງ, ໄດ້​ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ນັກ​ໄອ​ຍະ​ການ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ 13 ທ່ານ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຕີ​ລາ​ຄາ​ສູງ​ບົດ​ບາດ, ທີ່​ຕັ້ງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ​ໃຫ້​ແກ່​ພື້ນ​ຖານ​ໄອ​ຍະ​ການ​ສັງ​ຄົມ​ິ​ຍົມ ຫວຽດ​ນາມ ໄລ​ຍ​ະ​ຜ່ານ​ມາ, ພ້ອມ​ທັງ​ຝາກ​ຝັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ ໃນ​ໄລ​ຍະ​ທາງງ​ພັດ​ທະ​ນາ​ປະ​ເທດ​ຊາດຈະ​ມາ​ເຖິງ​. ພິ​ເສດ, ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ກົດໝາຍ​ວ່າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ປີ 2014 ໄດ້​ວາງ​ອອກ​ຈຸດ​ໝາຍ​ໜ້າ​ທີ່​ສູງ​ສຸດ​ສຳ​ລັບ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ແລະ ຕຳ​ແໜ່ງ​ນັກ​ໄອ​ຍະ​ການ. ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊ​າງ ຮຽກ​ຮ້ອງ​ບັນ​ດາ​ຜູ້​ທີ່ໄດ້​ຮັບ​ແຕ່ງ​ຕັ້ງ​​ເປັນນັກ​ໄອ​ຍະ​ກ​ານ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ກ່ອນ​ອື່ນ​ໝົດ​​ຕ້ອງ​ຈົ່​ງ​ຮັກ​ພັກ​ດີ​ຕໍ່​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ, ປະ​ຕິ​ບັດ​ໜ້າ​ທີ່ ແລະ ສິດ​ອຳ​ນາດ​​ຂອງນັກ​ໄອ​ຍະ​ການ​ໂດຍ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ກຳ​ນົດ​ຢ່າງ​ເຂັ້ມ​ງວດ, ຮ່ຳ​ຮຽນ​​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ຢ່າງບໍ່​ຢຸດຢັ້ງ, ຝຶກ​ຝົນຫຼໍ່ຫຼອ​ມ​ສົມ​ບັດ ແລະ ຄຸນ​ນະ​ທາດ​ເປັນ​ປະ​ຈຳ, ເຮັດຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ “ພະ​ນັກ​ງານ​ໄອ​ຍະ​ການ​ຕ້ອງ: ຍຸ​ຕິ​ທຳ, ພາ​ວະ​ວິ​ໄສ, ລະ​ມັດ​ລະ​ວັງ, ຄ່ຽມ​ຄົມ”.


ຂ່າວ/ບົດ​ອື່ນ