ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທະນາຍຄວາມທົ່ວປະເທດຄັ້ງທີ 2

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທະນາຍຄວາມທົ່ວປະເທດຄັ້ງທີ 2  - ảnh 1
(ກອງປະຊຸມໃຫຍ່ຜູ້ແທນທະນາຍຄວາມທົ່ວປະເທດຄັ້ງທີ 2)

​(vovworld) –  ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທະນາຍຄວາມ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 , ອາຍຸ​ການ 2014 – 2019 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/04, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ທົບ​ທວນ​ຄືນ​ເນື້ອ​ໃນ​ມະຕິ​ເລກທີ 49, ລົງວັນ​ທີ 02/06/2005 ຂອງ​ກົມ​ການ​ເມືອງ ກ່ຽວ​ກັຍຸດ​ທະ​ສາດ​ປະຕິ​ຮູບ​ຕຸລາການ​ຮອດ​ປີ 2020 ກຳນົດ​ຄາດໝາຍ “ກໍ່ສ້າງ​ພື້ນຖານ​ຕຸ​ລາ​ການ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ​​ເຂັ້ມ​ງວດ, ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ​ເຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຮັບ​ໃຊ້​ປະຊາຊົນ ​ແລະ ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິີນຊາງ ​ສະ​ເໜີ​ວ່າ.

        “ສະຫະພັນ​ທະນາຍຄວາມ​ຫວຽດນາມ ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ສືບ​ຕໍ່​ປັບປຸງ, ບຸລະນະການຈັດ​ຕັ້ງ​ຈາກຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ໃຫ້​ສົມບູນ​ແບບ; ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ; ປະຕິບັດ​ລະບອບ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ເປັນ​ຢ່າງ​ດີ… ທະນາຍຄວາມ​ແຕ່ລະຄົນ ຕ້ອງມີ​ສະຕິ​ຕື່ນ​ຕົວ​ດ້ານ​ວິຊາ​ຊີບ, ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ, ຮໍ່າຮຽນ ​ແລະ ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ, ​ໃຫ້​ທັດ​ທຽມ​ກັບ​ບັນດາ​ທະນາຍຄວາມ​ໃນ​ໂລກ, ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ່​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງສາກົນ.”

ຂ່າວ/ບົດ​ອື່ນ