ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນແຮງງານຂອງທະນາຄານກອງທັບ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນແຮງງານຂອງທະນາຄານກອງທັບ - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີ
ຕ້ອນຮັບນາມມະຍົດວິລະຊົນແຮງງານຂອງທະນາຄານກອງທັບ
(ພາບ: qdnd)


(vovworld) - ຕອ​ນ​ເຊົ້າ​ວັນ​ທີ 24/12, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ທະ​ນາ​ຄານ​​ການ​ຄ້າຫຸ້ນ​ສ່ວນກອງ​ທັບ (MB) ໄ​ດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 21 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ​​ຕ້ອນຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ. ​ນະ​ທ​ີ່ນີ້, ທ່ານ​ປະ​ທານ​ປະ​ເທດ ໄດ້​ປະ​ດັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານໃຫ້ MB. ນີ້​ແມ​່ນ​ຂອງ​ຂວັນ​ອັງ​ສູງ​ສົ່ງ​ເຊິ່ງ​ພັກ, ລັດ ມອບ​ໃຫ້ ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ຂອງ​​ໝູ່​ຄະ​ນະ, ພະ​ນັກ​ງານ, ພາ​ລະ​ກອນ MB ທຸກ​ຄົນ, ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ