ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມພິທີເປີດສະຫຼອງທ່າກຳ່ປັ່ນສາກົນກາມແຣງ


ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມພິທີເປີດສະຫຼອງທ່າກຳ່ປັ່ນສາກົນກາມແຣງ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ທ່າ​ກຳ່​ປັ່ນ​ສາກົນ​ກາມ​ແຣງ

(vovworld) - ຕອນ​ເຊົ້າ​ວັນ​ທີ 8/3, ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ ກາມ​ແຣງ, ​ເຫຼົ່າ​ທັບ​ເຮືອ ​ໄດ້​ຈັດ​ຕັ້ງ​ພິທີ ເປີດ​ສະຫຼອງ​ທ່າ​ກຳ່​ປັ່ນ​ສາກົນ​ ກາມ​ແຣງ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບໍລິສັດ​ໃຫຍ່​ທ່າ​ກຳ່​ປັ່ນ ​ໄຊ​ງ່ອນ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ສ​ແຫ່ງ​ຊາດ ຫວຽດນາມ, ພ້ອມ​ກັບ​ການ​ຊ່ວຍ​​ເຫຼືອ​ຂອງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ທີ່​ມີ​ຕໍ່​ໂຄງການ​ນີ້. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ​ເນັ້ນ​ໜັກ​ວ່າ:

​“ໂດຍ​ຮັບຮູ້​​ແຈ້ງທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັກ ​ແລະ ລັດ ຫວຽດນາມ ​ໄດ້​ມີ​ລາຍການ​ພັດທະນາ​ເສດຖະກິດ​ທະ​ເລ, ຕິດ​ພັນ​ກັບ​ການ​ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ນັ້ນ​ມີ​ແຜນ​ນະ​ໂຍບາຍ​ຕ້ອງ​ກໍ່ສ້າງ​ທ່າ​ກຳ່​ປັ່ນ ກາມ​ແຣງ ຢ່າງ​ໄວ​ເພື່ອ​ກາຍ​ເປັນ​ເຂດ​ບໍລິການ​ເດີນ​ທະ​ເລ ​ແລະ ສະໜອງ, ສ້ອມ​ແປງ​ກຳ່​ປັ່ນ​ທະ​ເລຂະ​ໜາດ​ໃຫຍ່ ​ແລະ ທັນ​ສະ​ໄໝ. ການ​ກໍ່ສ້າງ​ທ່າ​ກຳ່​ປັ່ນ​ສາກົນ ກາມ​ແຣງ ​ແມ່ນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໃນ​ສະພາບ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ; ພ້ອມ​ທັງ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຫັນ​ການ​ພົວພັນ​ກັບ​ສາກົນ​ເປັນ​ຫຼາຍ​ຮູບ, ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ“.

 

ຂ່າວ/ບົດ​ອື່ນ