ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນຢູ່ເຂດຊົນນະບົດ; ການພັດທະນາການສຶກສາ, ສາທາລະນະສຸກ, ວັດທະນະທຳ ສັງຄົມ.
ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ - ảnh 1ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮອກມົນ
(ພາບ: tuoitre.vn)

ໃນລະຫວ່າງວັນທີ 20 – 21 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ໜ່ວຍເລືອກຕັ້ງທີ 10 ລວມມີ 2 ເມືອງ ກູຈີ ແລະ ຮອກມົນ ຢູ່ນະຄອນ ໂຮ່ຈີມິນ.

        ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນຢູ່ເຂດຊົນນະບົດ; ການພັດທະນາການສຶກສາ, ສາທາລະນະສຸກ, ວັດທະນະທຳ ສັງຄົມ. ຕາມທ່ານປະທານປະເທດແລ້ວ, ພ້ອມກັບການສ້າງຄວາມສະດວກກວ່າໃຫ້ແກ່ການລົງທຶນ, ພັດທະນາການຜະລິດດຳເນີນທຸລະກິດແມ່ນຕ້ອງຮັບປະກັນຊີວິດສັງຄົມ. ນີ້ກໍ່ແມ່ນບັນຫາທີ່ໄດ້ວາງອອກສຳລັບຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ 2 ເມືອງ ກູຈີ ແລະ ຮອກມົນ:

        “ພວກຂ້າພະເຈົ້າສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ສືບຕໍ່ຍູ້ແຮງການປະຕິຮູບທາງດ້ານເສດຖະກິດ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ໂປ່ງໃສ, ສະດວກກວ່າອີກ ໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ, ໂດຍສະເພາະແມ່ນບັນດາວິສາຫະກິດທີ່ມີຂອບຂະໜາດນ້ອຍ ແລະ ກາງ. ພິເສດ, ຕ້ອງເອົາໃຈໃສ່ເຖິງເສດຖະກິດຄອບຄົວ. ກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ລິເລ່ີມກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກຂອງປະຊາຊົນ ເພື່ອພັດທະນາເສດຖະກິດຄອບຄົວໃຫ້ກາຍເປັນບັນດາວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ