ປະທານສະພາແຫ່ງຊາດ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃນແກ່ແຂວງ ດັກນົງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຍ້ອງຍໍຊົມເຊີຍບັນດາຜົນງານແຂວງ ດັກນົງ ບັນລຸໄດ້ໃນ 20 ປີແຫ່ງການສ້າງສາ ແລະ ພັດທະນາ. ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ, ດັກນົງ ຄວນຮີບເຮັ່ງຜັນຂະຫຍາຍແຜນຜັງແຂວງໄລຍະ 2021 – 2030...
ປະທານສະພາແຫ່ງຊາດ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃນແກ່ແຂວງ ດັກນົງ - ảnh 1ປະທານສະພາແຫ່ງຊາດ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃນແກ່ແຂວງ ດັກນົງ
(ພາບ:VOV)

ຕອນຄ່ຳວັນທີ 23 ມີນາ, ຢູ່ນະຄອນ ຢາເຫງັຍ, ແຂວງ ດັກນົງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງ ຄືນໃໝ່ (01/01/2004 – 01/01/2024) ແລະ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແຂວງ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຍ້ອງຍໍຊົມເຊີຍບັນດາຜົນງານແຂວງ ດັກນົງ ບັນລຸໄດ້ໃນ 20 ປີແຫ່ງການສ້າງສາ ແລະ ພັດທະນາ. ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ, ດັກນົງ ຄວນຮີບເຮັ່ງຜັນຂະຫຍາຍແຜນຜັງແຂວງໄລຍະ 2021 – 2030, ວິໄສທັດຮອດປີ 2050 ດ້ວຍຫຼາຍໂຄງການ, ແຜນການ, ແຜນຮ່າງ, ໜ້າທີ່ລະອຽດ, ເໝາະສົມກັບແຜນຜັງພັດທະນາເຂດ ໄຕງວຽນ ແລະ ທົ່ວປະເທດ.

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກຄຳຮຽກຮ້ອງສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາວັດທະນະທຳ - ສັງຄົມ, ຮັບປະກັນຄວາມຄືບໜ້າ ແລະ ຄວາມຍຸຕິທຳສັງຄົມ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ປະຫວັດສາດແຫ່ງປະຕິວັດຂອງເຂດດິນແດນ ແລະ ປະຊາຊົນ ດັກນົງ; ປະຕິບັດບັນດານະໂຍບາຍໜູນຊ່ວຍສັງຄົມເປັນຢ່າງດີ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ແຂວງ ດັກນົງ ໄດ້ຈັດກອງປະຊຸມປະກາດແຜນຜັງແຂວງໄລຍະ 2021 – 2030 ແລະ ສົ່ງເສີມການລົງທຶນ. ເນື່ອງໃນໂອກາດນີ້, ແຂວງ ດັກນົງ ໄດ້ມອບໃບຢັ້ງຢືນການລົງທຶນໃຫ້ 4 ໂຄງການດ້ວຍຍອດເງິນຈົດທະບຽນ 1.700 ຕື້ດົ່ງ (38 ລ້ານ ກ່ວາໂດລາສະຫະລັດ); ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມືກັບ 4 ນັກລົງທຶນດ້ວຍຍອດເງິນຈົດທະບຽນລົງທຶນ 8,4 ຕື້ໂດລາສະຫະລັດ, ສຸມໃສ່ບັນດາຂົງເຂດ: ບໍ່ແຮ່, ພະລັງງານທົດແທນ, ກະສິກຳໝູນໃຊ້ເຕັກໂນໂລຊີສູງ ແລະ ບາງຂົງເຂດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ