ປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢ້ຽມຢາມໂຮນລັງ ຢ່າງເປັນທາງການ

(VOVWORLD) -ນີ້ແມ່ນການຢ້ຽມຢາມໂຮນລັງຢ່າງເປັນທາງການຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢ້ຽມຢາມໂຮນລັງ ຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບ

ທ່ານນາງມະຫະເຫສີ Maxima ມາຢ້ຽມຢາມຫວຽດນາມ ປີ 2017

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ລາຊະອານາຈັກ ໂຮນລັງ Khadija Arib, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຊິ່ງນຳໂດຍທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມໂຮນລັງ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 29 ມີນາ 2018. ນີ້ແມ່ນການຢ້ຽມຢາມໂຮນລັງຢ່າງເປັນທາງການຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໂຮນລັງໃຫ້ດີກວ່າອີກ ໃນສະພາບການປີ 2018 ຫວຽດນາມ ແລະ ໂຮນລັງ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຄົບຮອບ 45 ປີ.

        ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍໃໝ່ໃນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາຫວຽດນາມ ແລະ ສະພາຕ່ຳໂຮນລັງ.


ຕອບກັບ

ຂ່າວ/ບົດ​ອື່ນ