ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນສະຫະສະມາຄົມບັນດາສະມາຄົມ UNESCO ຫວຽດນາມ

ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນສະຫະສະມາຄົມບັນດາສະມາຄົມ UNESCO ຫວຽດນາມ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງຕ້ອນຮັບ
ຄະນະຜູ້ແທນສະຫະສະມາຄົມບັນດາສະມາຄົມ UNESCO ຫວຽດນາມ)


(vovworld) –  ຕອນ​ບ່າຍ​ວັນ​ທີ 30/6 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບປະທານສະຫະ​ສະມາຄົມ​ບັນດາ​ສະມາຄົມ UNESCO​ ໂລກ George Christophides ​ແລະ ຄະນະ​ຜູ້​ແທນ​ສະຫະ​ສະມາຄົມ​ບັນດາ​ສະມາຄົມ UNESCO ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ອວຍພອນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສາກົນດ້ວຍ​ຫົວ​​ເລື່ອງ “ສຶກສາ​ຄຸນສົມບັດ​ທົ່ວ​ໂລກ ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ” ​ເຊິ່ງຫາ​ກໍ່​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຊົມ​ເຊີຍສະຫະ​ສະມາຄົມ​ບັນດາ​ສະມາຄົມ UNESCO ຫວຽດນາມ ​ໄດ້​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ສ້າງ​ບັນດາມູນ​ຖານ​ໃໝ່ທີ່​ກ່ຽວຂ້ອງ​ເຖິງ​ລະບົບ​ພົວພັນ ​ແລະ ການ​ປະພຶດ​ຕໍ່​ໃໝ່, ​ພື້ນຖານ​ຄຸນສົມບັດ​ທົ່ວ​ໂລກ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ພື້ນຖານ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ມາດຖານ​ມະນຸດຊາດ​ທີ່​ເໝາະ​ສົມ​ກັບ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ​ອີກ​ດ້ວຍ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າສະຫະ​ສະມາຄົມ​ບັນດາ​ສະມາຄົມ UNESCO ຫວຽດນາມ​ ຄວນ​ສືບ​ຕໍ່​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ຂ່າວ/ບົດ​ອື່ນ