ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ, ຊີ້​ນຳ​ການ​ຊ້ອມ ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ທົ່ວ​ໂລກ​ຄັ້ງ​ທີ 9

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາຢູ່ສູນກອງປະຊຸມແຫ່ງຊາດ ໝີດິ່ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະ ຊີ້ນຳການຊ້ອມພິທີໄຂກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ, ຊີ້​ນຳ​ການ​ຊ້ອມ ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ທົ່ວ​ໂລກ​ຄັ້ງ​ທີ 9 - ảnh 1ປະທານສະພາແຫ່ງຊາດ ເຂົ້າຮ່ວມ ແລະ ຊີ້ນຳການຊ້ອມ ພິທີໄຂກອງປະຊຸມສະມາຊິກລັດຖະສະພາໜຸ່ມ ທົ່ວໂລກຄັ້ງທີ 9 (ພາບ: VOV)

ກ່ອນທີ່ຈະເຂົ້າຮ່ວມລາຍການຊ້ອມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມຮ້ານວາງສະແດງຢູ່ເຂດວາງສະແດງຜົນສຳເລັດນະວັດຕະກຳ, ຜະລິດຕະພັນ OCOP, ກວດກາບັນດາຂັ້ນຕອນຮັບໃຊ້ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢູ່ສູນກອງປະຊຸມແຫ່ງຊາດ.

ໂດຍຖອດຖອນບົດຮຽນຈາກລາຍການຊ້ອມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີ ຄະນະຈັດຕັ້ງກອງປະຊຸມຕ້ອງທາບທາມທຳນຽມຂອງສະຫະພັນ ລັດຖະສະພາທົ່ວໂລກ (IPU) ໃນວຽກງານຈັດຕັ້ງບັນດາກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກໃນເມື່ອກ່ອນ, ຮັບປະກັນຄວາມເໝາະສົມກັບມູນເຊື້ອວັດທະນະທຳ ແລະ ເງື່ອນໄຂໃນຕົວຈິງຂອງ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ກອງປະຊຸມລັດຖະສະພາໜຸ່ມທົ່ວໂລກ ແມ່ນເຫດການຫຼາຍຝ່າຍໃຫຍ່, ເປັນໜຶ່ງດຽວຂອງ ຫວຽດນາມ ໃນປີ 2023 ສະນັ້ນນີ້ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາເຖິງເພື່ອນມິດທົ່ວໂລກກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ທີ່ທັນສະໄໝ, ມີຄວາມຂະຫຍັນຂັນເຄື່ອນ, ເຊື່ອມໂຍງ, ເຂັ້ມຂຸ້ມໄປດ້ວຍສີສັນ ກໍ່ຄືບັນດາຜົນງານໃນການປ່ຽນແປງໃໝ່, ພັດທະນາຂອງ ຫວຽດນາມ. ທ່ານນາງ Emma Tangi Muteka, ສະມາຊິກລັດຖະສະພາ Namibia, ສະມາຊິກຄະນະການນຳເວທີປາໄສສະມາຊິກລັດຖະສະພາໜຸ່ມ IPU ມີຄວາມເຄົາລົບນັບຖືຕໍ່ການເອົາໃຈໃສ່ຢ່າງຕິດແທດຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບກອງປະຊຸມຄັ້ງນີ້, ທ່ານນາງກໍ່ຕີລາຄສູງຕໍ່ວຽກງານກະກຽມຂອງປະເທດເຈົ້າພາບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ