ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານສະພາປຶກສາການເມືອງທົ່ວປະເທດ ຈີນ

(VOVWORLD) - ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຮ່ວມມືການຄ້າເຕີບໂຕຕາມທິດສົມດຸນ, ຍືນຍົງ; ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ໃນຂົງເຂດທາງບົກ, ທາງລົດໄຟ, ສົ່ງເສີມວິສາຫະກິດ ຈີນ ລົງທຶນບັນດາໂຄງການຂອບຂະໜາດໃຫຍ່, ຄຸນນະພາບສູງ...
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານສະພາປຶກສາການເມືອງທົ່ວປະເທດ ຈີນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:TTXVN)

ຕອນເຊົ້າວັນທີ 9 ເມສາ, ທີ່ຫໍສະພາຜູ້ແທນປະຊາຊົນ, ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ໃນຂອບເຂດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານ ຫວາງຄູໜິງ, ປະທານສະພາປືກສາການເມືອງທົ່ວປະເທດ ຈີນ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຮ່ວມມືການຄ້າເຕີບໂຕຕາມທິດສົມດຸນ, ຍືນຍົງ; ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ໃນຂົງເຂດທາງບົກ, ທາງລົດໄຟ, ສົ່ງເສີມວິສາຫະກິດ ຈີນ ລົງທຶນບັນດາໂຄງການຂອບຂະໜາດໃຫຍ່, ຄຸນນະພາບສູງ, ເປັນແບບຢ່າງໃຫ້ແກ່ລະດັບການພັດກທະນາຂອງຈີນ, ພິເສດແມ່ນໃນບັນດາຂົງເຂດພັດທະນາສີຂຽວ, ເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ, ຂໍ້ມູນເອເລັກໂຕນິກ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ; ການສະໜັບສະໜູນບັນດາກົນໄກພົວພັນແລກປ່ຽນ, ຮ່ວມມືຂອງບັນດາທ້ອງຖິ່ນ; ຂຸດຄົ້ນຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບການລົງທຶນ, ການທ່ອງທ່ຽວໃຫ້ມີປະສິດທິຜົນ; ຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ, ພົວພັນແລກປ່ຽນປະຊາຊົນ… ໃຫ້ເປັນຢ່າງດີ.

        ທ່ານ ຫວາງຄູໜິງ ຢັ້ງຢືນວ່າ ສອງຝ່າຍເປີດກ້ວາງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ສ້າງດ່ານຊາຍແດນອັດສະລິຍະ, ການຮ່ວມມືໃນຂົງເຂດພະລັງງານໃໝ່, ຊັບພະຍາກອນບໍ່ແຮ່ຫຼັກແຫຼ່ງ, ວິທະຍາສາດ - ເຕັກໂນໂລຊີສູງ, ການສຶກສາ - ບຳລຸງສ້າງ ວິຊາຊີບ, ຍົກສູງລະດັບ ແລະ ຄຸນນະພາບການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ; ກຽມພ້ອມກັບແນວໂຮມປະເທດຊາດ ຫວຽດນາມ ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມື, ແບ່ງປັນປະສົບການ.

ຕອບກັບ

ຂ່າວ/ບົດ​ອື່ນ