ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເມິນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນຳໜ້າ
ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້  ແລະ ທ່ານ ເຈິ່ນແທງເມິນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ  

ຕອນບ່າຍວັນທີ 11 ສິງຫາ, ຢູ່ສຳນັກງານຫ້ອງວ່າການສະພາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈິ່ນແທງເມິນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຊົມເຊີຍ ແລະ ຕີລາຄາສູງ ຫວຽດນາມໄດ້ຈັດຕັ້ງກອງປະຊຸມປະທານແນວໂຮມ 3 ປະເທດກຳປູເຈຍ, ລາວ, ຫວຽດນາມ ໃນເດືອນກໍລະກົດຜ່ານມາ ຢ່າງປະສົບຜົນສຳເລັດ. ປາຖະໜາວ່າອົງການແນວໂຮມ 2 ປະເທດຈະສືບຕໍ່ພັດທະນາສາຍພົວພັນຮ່ວມມື, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

       ສ່ວນທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມິນ ຢືນຢັນວ່າ ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ