ປະທານສະພາແຫ່ງຊາດລາວປານີ ຢາທໍຕູ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ


ປະທານສະພາແຫ່ງຊາດລາວປານີ ຢາທໍຕູ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ - ảnh 1
 ທ່ານ​ນາງ ຫງວຽນ​ທິ​ກິມ​ເງີນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ແລະ ທ່ານ​ນາງ ປານີ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ລາວ​

(vovworld)- ຕອນ​ບ່າຍ​ວັນ​ທີ 10/3, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ລາວ​ໂດຍ​ທ່ານ​ນາງ ປານ​ີ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ ນຳ​ໜ້າ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມສັນ​ຖະ​ວະ​ໄມ​ຕີ ສ.ສ. ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 5-10/3/2017.

    ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດຂອງ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ​ໄລ​ຍະ 2017-2021, ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໄລ​ຍະ​ໃໝ່​ 2017-2021 ລະ​ຫວ່າງ​ການ​ນຳ​ຫ້ອງວ່າ​ການ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. ​ທ່ານ​ນາງ ປານ​ີ ຢາ​ທໍ​ຕູ້ ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ, ປະ​ທານ​ປະ​ເທດ ເຈິ​ນ​ດ້າຍກວາງ, ແລະ ພົບ​ປະ​ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ.
ຂ່າວ/ບົດ​ອື່ນ