ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສັນຖະວະໄມຕີກຳປູເຈຍຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສັນຖະວະໄມຕີກຳປູເຈຍຢ່າງເປັນທາງການ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ
(ພາບ​ປະ​ກອບ)


(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ Samdech Heng Samrin, ຕອນ​ບ່າຍ​ວັນ​ທີ 27/09, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ສ​ປ​ປ.ລາວ, ໄປ​ຢ​້ຽມ​ຢາມ​ສັນ​​ຖະ​ວະ​ໄມ​ຕີ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ.

        ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ເພື່ອ​ແນ​ໃສ່ສືບ​ຕໍ່​ປັ​ບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ; ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ; ພ້ອມ​ທັງ​ແບ່ງ​ປັນບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ໃນ​ບັນ​ດາ​ຂົງ​ເຂດ​ລະ​ອຽດ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກາ​ນ​ສຶກ​ສາ​ບຳ​ລຸ​ງ​ສ້າງ… ການ​ຢ້ຽມ​ຢາມ​ເພື່​ອ​ແນ​ໃສ່​ສືບ​ຕໍ່ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ແບ່ງ​ປ​ັນ​ບົດ​ຮຽນ, ​ດ້ານວິ​ຊ​າ​ການ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ສູງ​ກຳ​ປູ​ເຈຍ ໃນ​ຂົງ​ເຂດ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ ແລະ ຕົກ​ລົງ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ​ຊ​າດ; ເພີີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຮ່ວມ​ມື​ໃນ​​ວຽກ​ງານ​ຕິດ​ຕາມ​ກວດ​ກາ​​ເລື່ອງ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ​ສົນ​ທິສັນ​ຍາ​ທີ່​ໄດ້ຮັບ​ການ​​ລົງ​ນາມ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ