ປະທານາທິບໍດີ ຢູແກຼນ ຮຽກຮ້ອງຈັດກອງປະຊຸມກັບປະທານາທິບໍດີ ລັດເຊຍ ເພື່ອຢຸດຕິການປະທະກັນ

(VOVWORLD) -ທ່ານປະທານາທິບໍດີ Zelensky ຖືວ່າ “ບໍ່ວ່າຜູ້ໃດລະດົມສົງຄາມນີ້ ລ້ວນແຕ່ສາມາດຢຸດຕິໄດ້”.
ປະທານາທິບໍດີ ຢູແກຼນ ຮຽກຮ້ອງຈັດກອງປະຊຸມກັບປະທານາທິບໍດີ ລັດເຊຍ ເພື່ອຢຸດຕິການປະທະກັນ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຮຽກຮ້ອງຈັດການພົບປະກັບຄູ່ຕຳແໜ່ງ ລັດເຊຍ - ທ່ານ Vladimir Putin
(ພາບປະກອບ: AFP/TTXVN)

 ວັນທີ 23 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຮຽກຮ້ອງຈັດການພົບປະກັບຄູ່ຕຳແໜ່ງ ລັດເຊຍ - ທ່ານ Vladimir Putin ໃນຄວາມມານະພະຍາຍາມ “ຢຸດຕິສົງຄາມ”. ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ ຢູ່ສະຖານີລົດໄຟໃຕ້ດິນ ຢູ່ໃຈກາງນະຄອນຫຼວງ Kiev, ທ່ານປະທານາທິບໍດີ Zelensky ຖືວ່າ “ບໍ່ວ່າຜູ້ໃດລະດົມສົງຄາມນີ້ ລ້ວນແຕ່ສາມາດຢຸດຕິໄດ້”. ທ່ານZelensky ຢືນຢັນວ່າ ພ້ອມແລ້ວທີ່ຈະພົບປະກັບທ່ານ Putin ຖ້າຫາກສິ່ງດັ່ງກ່າວ ຈະພາໄປເຖິງການບັນລຸຂໍ້ຕົກລົງສັນຕິພາບລະຫວ່າງ ຢູແກຼນ ແລະ ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຄວາມສຳຄັນຂອງການພົບປະ ແມ່ນເພື່ອແກ້ໄຂການປະທະກັນຜ່ານທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ