ປະທານາທິບໍດີ ອາເມລິກາ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີ ເຢຍລະມັນ

ປະທານາທິບໍດີ ອາເມລິກາ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີ ເຢຍລະມັນ - ảnh 1
ທ່ານ​ Barack Obama ແລະ ທ່ານ​ນາງ Angela Merkel
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 19/01, ທ່ານ​ Barack Obama ປະທານາທິບໍດີ ອາ​ເມ​ລິ​ກາ ຜູ້​ໃກ້​ຈະ​ສິ້ນ​ສຸດ​ອາຍຸ​ການ​ມີ​ການ​ເຈລະຈາ​ທາງ​ໂທລະສັບ​ກັບ​ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel. ຢືນຢັນ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ກັບ​ໂລກ. ການ​ເຈລະຈາ​ທາງ​ໂທລະສັບ​ນີ້ ​ດຳ​ເນີນ​ໄປ​ກ່ອນ​ທີ່​ທ່ານ Obama ມອບ​ສິດ​ອຳນາດ​ໃຫ້​ທ່ານ Donald Trump ປະທານາທິບໍດີ ອາ​ເມ​ລິ​ກາ​ຜູ້​ຫາ​ກໍ່​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ ​ເປັນ​ເວລາ​ໜຶ່ງ​ວັນ, ​ເຊິ່ງ​ແມ່ນຜູ້​ທີ່​ມີ​ຄຳ​ປາ​ໄສ​ຕຳ​ໜິຕິຕຽນ​ສຳລັບ​ທ່ານ​ນາງ Merkel, ກໍ່​ຄື​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ​ເຊິ່ງ ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ ​ເປັນ 2 ປະ​ເທດ​ມີ​ບົດບາດ​ສຳຄັນ. ທ່ານ Obama ​ແລະ ທ່ານ​ນາງ Merkel ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ການ​ຮ່ວມ​ມື​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ ​ແມ່ນ​ຈຳ​ເປັນ​ທີ່​ສຸດໃຫ້​ແກ່​ການ​ພົວພັນ​ຂ້າມ​ອັດ​ລັງ​ຕິກ​ຢ່າງ​ເຂັ້ມ​ແຂງ, ​ໂດຍອີງ​ໃສ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ, ​ແລະ ປົກ​ປັກຮັກສາ​ບັນດາ​ມູນ​ຄ່າ ​ເຊິ່ງ 2 ຝ່າຍ​ພວມ​ມານະ​ພະຍາຍາມ ​ເພື່ອ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ມະນຸດ​ຢູ່​ແຕ່ລະ​ປະ​ເທດ, ກໍ່​ຄືຢູ່ໃນ​ໂລກ.

ຂ່າວ/ບົດ​ອື່ນ