ປະທານາທິບໍດີປາແລດສະຕີນຢັ້ງຢືນຄືນເຖິງການເດີນຕາມມາດຕະການແກ້ໄຂແບບ 2 ລັດ

ປະທານາທິບໍດີປາແລດສະຕີນຢັ້ງຢືນຄືນເຖິງການເດີນຕາມມາດຕະການແກ້ໄຂແບບ 2 ລັດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmoud Abbas (ຂວາ) ແລະ ທ່ານ Jason Greenblatt ,ທູ​ດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump (ພາບ:EPA/TTXVN)

(vovworld) - ວັນ​ທີ 14/3, ທ່ານ Mahmoud Abbas, ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສ​ະ​ຕີນ ໄດ​້ຢ​້ຳ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ດ້ວຍ​ມາດ​ຕະ​ການ​ແກ້​ໄຂ​ແບບ 2 ລັດ ໃນ​ການ​ພົບ​ປະ​ກັບທ່ານ Jason Greenblatt, ​ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກ່ຽວ​ກັບ​ການ​ເຈ​ລະ​ຈາ​ບັນ​ດາ​ບັນ​ຫາ​ສາ​ກົນ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Mahmoud Abbas ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຕາງ​ໜ້າ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ ອາ​ເມ​ລິ​ກາ ​ໃນ​ອາ​ຍຸ​ກາ​ນ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump. ທີ່​ການ​ພົບ​ປະ​ຢູ່​ນະ​ຄອນ Ramallah, ທ່ານປະ​ທາ​ນາ​ທິ​ບໍ​ດີ Mahmoud Abbas ຢັ້ງ​ຢືນ​ຄືນ​ໃໝ່​ກັບ​ນັກ​ການ​ທູດ ອາ​ເມ​ລິ​ກາ ວ່າ ມາດ​ຕະ​ການ​ແກ້​ໄຂ​ແບບ 2 ລັດ​ສືບ​ຕໍ່​ແມ່ນ​ການ​ເລືອກ​ເຟັ້ນ​ຍຸດ​ທະ​ສາດ​ຂອງ​ຊາວ ປາ​ແລດ​ສະ​ຕີນ.


ຂ່າວ/ບົດ​ອື່ນ