ປະທານາທິບໍດີຝລັ່ງ ຢ້ຽມຢາມ ລັດເຊຍ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ 2 ຝ່າຍ

ປະທານາທິບໍດີຝລັ່ງ ຢ້ຽມຢາມ ລັດເຊຍ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ 2 ຝ່າຍ - ảnh 1
ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ແລະ
ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin
(ພາບອີນເຕີແນດ)


(vovworld) -     ວັນ​ທີ 28/02, ຢູ່​ວັງ Kremli, ສະຫະພັນ​ລັດ​ເຊຍ, ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ​ເປັນ​ຄັ້ງ​ທຳ​ອິດ​ຂອງ ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande, ດ້ວຍ​ຈຸດໝາຍ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຝລັ່ງ - ລັດ​ເຊຍ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​​ສາກົນ​ເຊິ່ງຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຝ່າຍ​ຝລັ່ງ ຫວັງ​ວ່າ ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ຈະ​ລົງ​ນານ​ໃນສັນຍາ​ຮ່ວມ​ມືສະບັບໃໝ່​ກ່ຽວ​ກັບ​ການ​ຜະລິດ​ເຮືອ​ບິນ, ຄົ້ນຄວ້າ​ອາ​ວະ​ກາດ, ​ຄົມມະນາຄົມ​ຂົນ​ສົ່ງ, ການ​ສຶກສາ ​ແລະ ວັດທະນະທຳ. ​ໃນ​ການ​ເຈລະຈາ, ການ​ນຳ 2 ທ່ານ​ຍັງ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຄື: ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ກັບ ສະຫະພາບ​ເອີ​ລົບ ​ແລະ ອົງການ​ສົນທິສັນຍາ​ມະຫາ​ສະມຸດ​ອັກ​ສັງ​ຕິກ​ເໜືອ; ບັນດາ​ບັນຫາ​ສາກົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ​ເໜືອ, ບັ້ນ​ຮົບ​ຕ້ານ​ກໍ​ການ​ຮ້າຍ​ຢູ່​ມາລີ, ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແລະ ສປປ.​ເກົາຫຼີ. ທ່ານ​ປະທານາທິບໍດີຝລັ່ງ ຖື​ການ​​ເຈລະຈາ​ນີ້​ເປັນ​ສຳຄັນ ​ໃນ​ສະພາບ​ທີ່​ລັດ​ເຊຍ ​ແລະ ຝລ່ັງ ລ້ວນ​ແຕ່​ແມ່ນ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແລະ ລັດ​ເຊຍ ພ້ວມຮັບ​ໜ້າ​ທີ່​ເປັນ​ປະທານ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດພວມ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ (G20) ປີ 2013 ​ແລະ ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ກຸ່ມ​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ອຸດສາຫະກຳ​ພັດທະນາ​ທີ່​ສຸດ (G8) ​ໃນ​ປີ 2014 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ