ປະທານາທິບໍດີລັດເຊຍແລະຝລັ່ງເຫັນດີເພີ່ມທະວີຕ້ານການກໍ່ການຮ້າຍ
ປະທານາທິບໍດີລັດເຊຍ Vladimir Putin
ແລະ ຄູ່ຕຳແໜ່ງຝລັ່ງ Francois Hollande
(ພາບ: Reuters)
(vovworld) - ຕອນຄ່ຳວັນທີ 26/11, ຢູ່ວັງ Kremlin, ປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການເຈລະຈາກັບຄູ່ຕຳແໜ່ງຝລັ່ງ Francois Hollande ໃນການຢ້ຽມຢາມມົດສະກູ ຂອງການນຳຝລັ່ງ, ທີ່ແກ່ຍາວພຽງ 2 – 3 ຊົ່ວໂມງ. ຫົວຂໍ້ຕົ້ນຕໍ່ໃນການປຶກສາຫາລືລະຫວ່າງການນຳ 2 ທ່ານ ແມ່ນການຕໍ່ສູ້ຕ້ານບັນດາໄພນາບຂູ່ກໍ່ການຮ້າຍ, ໃນນັ້ນມີເລື່ອງສົມທົບກັນໃນການຕໍ່ສູ້ຕ້ານກຸ່ມລັດອິດສະລາມ IS ອ້າງຊື່ເອງ. ນອກຈາກນັ້ນ, 2 ຝ່າຍກໍເຕື້ອງເຖິງບາງບັນຫາອື່ນຄື ຢູແກຼນ, ການປ່ຽນແປ່ງຂອງດິນຟ້າອາກາດ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ແລະ ຝລັ່ງ ໄດ້ເປັນເອກະພາບກ່ຽວກັບການຊອກຫາ ແລະ ລົງໂທດບັນດາອາຊະຍາກຳ, ພ້ອມທັງສືບຕໍ່ເພີ່ມທະວີການປະຕິບັດບັນດາຂໍ້ຕົກລົງ Minsk ກ່ຽວກັບ ຢູແກຼນ.
ສ່ວນປະທານາທິບໍດີຝລັ່ງ Francois Hollande ເນັ້ນໜັກວ່າ, ລັດເຊຍ ແລະ ຝລັ່ງ ຕ້ອງຮ່ວມມືໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ 2 ປະເທດຈະສົມທົບກັນໃນບັນດາການບຸກໂຈມຕີທາງອາກາດຢູ່ຊີຣີ.