ປະທານາທິບໍດີອາບການິດສຖານ ປະກາດສະເໜີ 16ສະມາຊິກລັດຖະບານຕື່ມອີກ

ປະທານາທິບໍດີອາບການິດສຖານ ປະກາດສະເໜີ 16ສະມາຊິກລັດຖະບານຕື່ມອີກ - ảnh 1
ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ ​Ashraf Ghani
(ພາບ: AFP/TTXVN)


(vovworld) – ວັນ​ທີ 21/03, ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ ​Ashraf Ghani ໄດ້​ປະກາດ 16 ຄຳ​ສະ​ເໜີ​ໃໝ່​ໃຫ້​ແກ່​ລັດຖະບານ​ຂອງ​ປະ​ເທດ​ນີ້, ພາຍຫຼັງທີ່​ສະພາ​ແຫ່ງຊາດ​ປະ​ເທດ​ນີ້ປະຕິ​ເສດ 2/3 ບັນດາ​ທີ່​ຕັ້ງ​ເປັນ​ລັດຖະມົນຕີ ​ເຊິ່ງທ່ານ Ghani ສະ​ເໜີພາຍຫຼັງເປັນ​ເວລາເກືອບ 2 ​ເດືອນ. ​ໃນ​ເວລາ​ເກືອບ 6 ​ເດືອນ​ທີ່​ທ່ານ Ghani ສະບານຕົວຮັບ​ດຳລົງ​ຕຳ​ແໜ່​ງ ​ແລະ ສ້າງ​ຕັ້ງ “ລັດຖະບານ​ສາມັກຄີ​ຊົນ​ຊາດ” ດ້ວຍ​ຄູ່​ແຂ່ງ​​ແມ່ນ​ທ່ານ Abdullah Abdullah, ມີ​ພຽງ 8 ​ໃນ​ຈຳນວນ 25 ຕຳ​ແໜ່​ງລັດຖະມົນຕີ​ໄດ້​ຮັບ​ການ​ຮັບຮອງ​​ເອົາ. ຈຳນວນ​ທີ່​ຕັ້ງ​ຍັງ​ເຫຼືອ​ຖືກ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ປະຕິ​ເສດ​​ເມື່ອ​ທ້າ​ຍ​ເດືອນ 01 ຜ່ານ​ມາ, ​ເຖິງ​ວ່າ ຂໍ້​ຕົກລົງ​ແບ່ງ​ສິດ​ກຳອຳນາດລະ​ຫວ່າ​ງທ່ານ Ghani  ​ແລະ ທ່ານ Abdullah ​ໄດ້​ຮັບ​ຖື​ວ່າ ​ໄດ້​ຊ່ວຍ​ໃຫ້​ອາບ​ກາ​ນິດ​ສຖານ ຫຼຸດ​ພົ້ນ​ຈາກ​ໄພ​ເກີດ​ສົງຄາມ​ພາຍ​ໃນ. ປະຈຸ​ບັນ, ບັນດາ​ຄຳ​ສະ​ເໜີ​ດັ່ງກ່າວຍັງ​ບໍ່​ທັນ​ໄດ້​ຮັບການ​ຮັບຮອງ​ເອົາ​ຈາກ​ສະພາ​ຕໍ່າ​ອາບ​ກາ​ນິດ​ສຖານ.

ຂ່າວ/ບົດ​ອື່ນ