ປະທານາທິບໍດີອາເມລິກາຖະແຫຼງວ່າພວມຫຍັບເຂົ້າໃກ້ກັບຂໍ້ຕົກລົງດ້ານການຄ້າກັບຈີນ

(VOVWORLD) -ວັນທີ 12 ທັນວາ, ທ່ານປະທານາທິບໍດີອາເມລິກາ Donald Trump ຕີລາຄາວ່າ ອາເມລິກາ ພວມຫຍັບເຂົ້າໃກ້ກັບຂໍ້ຕົກລົງດ້ານການຄ້າກັບຈີນ.

ຄຳຖະແຫຼງດັ່ງກ່າວຖືກຍົກອອກມາກ່ອນທີ່ອາເມລິກາ ຈະຈັດວາງອັດຕາພາສີນຳເຂົ້າໃໝ່ສຳລັບສິນຄ້າຂອງ ຈີນ ເລີ່ມມີຜົນສັກສິດ.

        ໃນສື່ສັງຄົມອອນລາຍ Twitter, ທ່ານ D.Trump ເນັ້ນໜັກວ່າ “ພວມຫຍັບເຂົ້າໃກ້ກັບຂໍ້ຕົກລົງໃຫຍ່ກັບຈີນ ແລ້ວ. ເຂົາເຈົ້າປາດຖະໜາຢາກບັນລຸໄດ້ສິ່ງນີ້ ແລະ ພວກຂ້າພະເຈົ້າກໍ່ຄືກັນ”. ຕາມບັນດາແຫຼ່ງຂ່າວແລ້ວ, ຄາດວ່າ ທ່ານປະທານາທິບໍດີ D.Trump ຈະພົບປະກັບທີ່ປຶກສາດ້ານການຄ້າແຖວໜ້າເພື່ອປຶກສາຫາລືກ່ຽວກັບຈຸດເວລາສຸດທ້າຍໃຫ້ແກ່ການດຳເນີນການຈັດວາງອັດຕາພາສີໃນວັນທີ 15 ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ