ປະທານາທິບໍດີຮູງກາຣີສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີຮູງກາຣີສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮູງ​ກາ​ຣີ Áder János ແລະ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang/TTXVN)

(vovworld) - ​​​​ຕອນ​ຄ່ຳ​ວັນ​ທີ 30/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮູງ​ກາ​ຣີ Áder János ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 26 – 30/11/2014, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. ໃນ​ໄລຍະ​ຢູ່ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Áder János ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ພົບ​ປະ​ກ​ັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ. ທີ່​ການ​ພົບ​ປະ​ກັບການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ແລະ ຮູງ​ກາ​ຣີ, 2 ຝ່າຍ​ຢັ້ງ​ຢືນ​ວ່າ​: ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເປັນ​ສຳ​ຄັນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາ​ຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ​ຄື: ງານ​ວາງ​ສະ​ແດງ​​ພາບຖ່າຍ, ສັບ​ປະ​ດາ​ສາຍ​ຟີມ​ຮູບ​ເງົາ, ​ພົບ​ປະແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ… ໃນ​ປີ 2015 ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ. 2 ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ບັນ​ຫາ​ສາ​ກົນ ແລະ ພາ​ກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ຖື​ວ່າ: ທຸກໆ​ຄວາມ​ຂັດ​ແຍ້ງ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສ​າ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ​ກ່ຽວ​ກັບກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ກ່ອນ​ໜ້ານັ້ນ, ກໍ​່​ໃນ​ວັນ​ທີ 30/11, ທ່ານ​ປະ​ທານ​າ​ທິ​ບໍ​ດີ ຮູງ​ກາ​ຣີ Áder János ແລະ ​ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​​ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ແຂວງ ຕ່ຽນ​ຢາງ. ທີ່​ການ​ຕ້ອນ​ຮັບ, ການນ​ຳ​ແຂວງ​ໄດ້​ແນະ​ນຳ​ໃຫ້​ທ່ານ​ປະ​ທານ​າ​ທິ​ບໍ​ດີ ຮູງ​ກາ​ຣີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ ຕ່ຽນ​ຢາງ, ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ກ່ຽວ​ກັບເຂດ​ດິນ, ຄົນ​ງານ, ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ວັດ​ທະ​ນະ​ທຳ, ສັງ​ຄົມ​ໄລ​ຍະ​ປ່ຽນ​ໃໝ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ພິ​ເສດ​ແມ່ນ​ບັນ​ດາ​ຜົນ​ງານ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​​ການ​ຜະ​ລິດ​ກະ​ສິກ​ຳ, ສ້າງ​ຕັ້ງ​ບັນ​ດາ​ເຂດ​ປູກ​ຝັງ​ຮັບ​ໃຊ້​ການ​ໃຊ້​ສອຍ ແລະ ສົ່ງ​ອອກ.



ຂ່າວ/ບົດ​ອື່ນ