ປະທານາທິບໍດີເມັກຊີໂກໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພົວພັນຮອບດ້ານກັບຫວຽດນາມ

(VOVWORLD) -ວັນທີ 07 ພຶດສະພາ, ຢູ່ນະຄອນຫຼວງ ເມັກຊີໂກ ຊີຕີ, ທ່ານ ຫງວຽນຮວ່າຍເຢືອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມຢູ່ສະຫະພັນເມັກຊີໂກ, ພ້ອມດ້ວຍເອກອັກຄະລັດຖະທູດ ຂອງ 17 ປະເທດອື່ນ ທີ່ປະຈຳຢູ່ເມັກຊີໂກ, ໄດ້ຍື່ນສານແຕ່ງຕັ້ງໃຫ້ທ່ານປະທານາທິບໍດີປະເທດເຈົ້າພາບເມັກຊີໂກ Enrique Pena Nieto.

ປະທານາທິບໍດີເມັກຊີໂກໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພົວພັນຮອບດ້ານກັບຫວຽດນາມ - ảnh 1ທ່ານປະທານາທິບໍດີ ເມັກຊີໂກ Enrique Pena Nieto ກ່າວຄຳເຫັນທີ່ການຕ້ອນຮັບ

(ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນຮວ່າຍເຢືອງ, ທ່ານປະທານາທິບໍດີ ເມັກຊີໂກ Enrique Pena Nieto ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງຫວຽດນາມ ແລະ ເມັກຊີໂກ - ສອງພື້ນຖານເສດຖະກິດເປີດ ແລະ ມີລັກສະນະເພີ່ມເຕີມເຊິ່ງກັນ ແລະກັນ. ທ່ານ Pena Nieto ຢືນຢັນຄືນໃໝ່ການພົວພັນສອງຝ່າຍທີ່ໄດ້ພັດທະນາຮອບດ້ານຢ່າງວ່ອງໄວ ແລະ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານເມັກຊີໂກຈະສືບຕໍ່ເພີ່ມທະວີການພົວພັນຮອບດ້ານກັບຫວຽດນາມ, ພິເສດແມ່ນພາຍຫຼັງສອງປະເທດໄດ້ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

        ສ່ວນທ່ານ ຫງວຽນຮວ່າຍເຢືອງ, ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ເມັກຊີໂກ. ທ່ານເຊື່ອໝັ້ນວ່າ ການພົວພັນຮອບດ້ານລະຫວ່າງຫວຽດນາມ ແລະ ເມັກຊີໂກ ນັບມື້ນັບແທ້ຈິງ ແລະກ້າວເຂົ້າສູ່ລວງເລິກ, ເພື່ອນ້ຳໃຈມິດຕະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງປະຊາຊົນສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ