ປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ ຢູ​ແກຼນ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ

(VOVWORLD) - ວັນທີ 28 ເມສາ, ທ່ານປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ ຢູແກຼນ Volodymyr Zelenskiy ຖະແຫຼງວ່າ ພ້ອມແລ້ວທີ່ຈະເຈລະຈາ ແລະ ປຶກສາຫາລືບັນດາເງື່ອນໄຂໃໝ່ກໍ່ຄືສິ່ງທີ່ຍັງຄົງຄ້າງລະຫວ່າງ ຢູແກຼນ ແລະ ລັດເຊຍ. 
ປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ ຢູ​ແກຼນ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ - ảnh 1 ທ່ານປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ ຢູແກຼນ Volodymyr Zelenskiy (ພາບ: AFP/TTXVN)

ໃນສື່ສັງຄົມອອນລາຍສ່ວນຕົວ, ທ່ານ Zelenskiy ເນັ້ນໜັກວ່າ: ພ້ອມແລ້ວທີ່ຈະເຈລະຈາ, ພ້ອມທັງສະແດງຄວາມຫວັງຕໍ່ບັນດາການກະທຳຂອງ ລັດເຊຍ ໃນກອງປະຊຸມຈະມາເຖິງຂອງກຸ່ມ Normandy. ທ່ານ Zelenskiy ຖືວ່າ: ບໍ່ຄວນກໍ່ຄວາມກົດດັນຕໍ່ ຢູແກຼນ ແລະ ນີ້ແມ່ນເສັ້ນທາງດີທີ່ສຸດ ເພື່ອຢຸດຍິງ ແລະ ປະຕິບັດບັນດາຂໍ້ຕົກລົງ Minsk ກ່ຽວກັບ ຢູແກຼນ ຕາເວັນອອກ.

        ກ່ອນໜ້ານັ້ນໜຶ່ງວັນ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວຢູ່ນອກເວທີປາໄສຂັ້ນສູງ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຢູ່ ຈີນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຊີ້ແຈ້ງວ່າ ມົດສະກູ ຢາກຮູ້ທັດສະນະຂອງທ່ານ Zelenskiy ກ່ຽວກັບການປະທະກັນຢູ່ ຢູແກຼນ ຕາເວັນອອກ. ຕາມການນຳລັດເຊຍ ແລ້ວ, ບັນດາຂໍ້ຕົກລົງ Minsk ມີບົດບາດສຳຄັນສຳລັບເຂດ ຢູແກຼນ ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ