​ປະ​ທາ​ນາ​ທາ​ທິ​ບໍ​ດີ ລັດ​ເຊຍ - ຝ​ລັ່ງ​ ສະ​ໜັບ​ສະ​ໜູນ​ການ​ຊອກ​ຫາ​ມາດ​ຕະ​ການ​ທາງ​ການ​ທູດ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ

(VOVWORLD) -ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ Vladimir Putin ໄດ້ຕັກເຕື່ອນວ່າ ສາເຫດປີນຂັ້ນໄດແມ່ນບັນດາການກະທຳເກາະຜິດຂອງກຳລັງຢູແກຼນ. 
​ປະ​ທາ​ນາ​ທາ​ທິ​ບໍ​ດີ ລັດ​ເຊຍ - ຝ​ລັ່ງ​ ສະ​ໜັບ​ສະ​ໜູນ​ການ​ຊອກ​ຫາ​ມາດ​ຕະ​ການ​ທາງ​ການ​ທູດ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)

ວັນທີ 20 ກຸມພາ, ວັງ Kremlin ໃຫ້ຮູ້ວ່າ ຕາມຂໍ້ລິເລີ່ມຂອງຝ່າຍຝລັ່ງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ດ້ວຍເນື້ອໃນຈຸດສຸມແມ່ນຄວາມເຄັ່ງຕຶງປີນຂັ້ນໄດຢູ່ Donbass, ຢູແກນ. ການນຳສອງຝ່າຍໄດ້ສະໜັບສະໜູນການຊອກຫາບັນດາມາດຕະການທາງການທູດໃຫ້ແກ່ບັນຫານີ້.

ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ Vladimir Putin ໄດ້ຕັກເຕື່ອນວ່າ ສາເຫດປີນຂັ້ນໄດແມ່ນບັນດາການກະທຳເກາະຜິດຂອງກຳລັງຢູແກຼນ. ການນຳລັດເຊຍ ກ່າວຫາບັນດາປະເທດສະມາຊິກກຸ່ມທະຫານອັດລັງຕິກເໜືອ (NATO) ພວມສະໜອງອາວຸດທີ່ທັນສະໄໝ ແລະ ລູກປືນໃຫ້ແກ່ຢູແກຼນ, ສິ່ງນີ້ພວມເຮັດໃຫ້ Kiev ມຸ່ງໄປເຖິງມາດຕະການທາງການທະຫານໃຫ້ແກ່ສິ່ງທີ່ໄດ້ເອີ້ນວ່າ ບັນຫາ Dobass. ຝ່າຍລັດເຊຍອີກຄັ້ງໜຶ່ງ ໄດ້ເນັ້ນໜັກວ່າ ຢູແກຼນຍັງປະຕິເສດປະຕິບັດບັນດາຂໍ້ຕົກລົງ Minsk ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ຕາມກົນໄກ Normandy.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ຢ້ຳຄືນຄວາມຮຽກຮ້ອງ ອາເມລິກາ ແລະ NATO ຕ້ອງພິຈາລະນາບັນດາຄວາມຮຽກຮ້ອງຂອງລັດເຊຍ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ ແລະ ຕອບສະໜອງບັນດາຄວາມຮຽກຮ້ອງດັ່ງກ່າວຢ່າງລະອຽດ ແລະ ຖືກຈຸດສຸມ. ການນຳສອງປະເທດ ລັດເຊຍ - ຝລັ່ງ ໄດ້ເຫັນດີເປັນເອກະພາບສືບຕໍ່ການພົບປະຢູ່ຫຼາຍລະດັບ.

ຕອບກັບ

ຂ່າວ/ບົດ​ອື່ນ