ປາ​ກິດ​ສະ​ຖານ: ຄວາມ​ໝັ້ນ​ຄົງ​ທີ່​ນັບ​ມື້​ນັບຂາດ​ສະ​ຖຽນ​ລະ​ພາບ ພາຍຫຼັງ​ທ່ານ​​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Imran Khan ຖືກ​ກັກ​ຕົວ

(VOVWORLD) - ຄະນະການນຳພັກ PTI ໄດ້ກ່າວປະນາມຢ່າງແຮງ ຕໍ່ການກັກຕົວ ທ່ານ Imran Khan ແລະ ຮຽກຮ້ອງການກະທຳທາງດ້ານນິຕິກຳຂອງບັນດາອົງການປະຕິບັດກົດໝາຍຂອງ ປາກິດສະຖານແມ່ນ ການລຸກຂຶ້ນຂອງລັດທິຟາດຊິດ”.
ປາ​ກິດ​ສະ​ຖານ: ຄວາມ​ໝັ້ນ​ຄົງ​ທີ່​ນັບ​ມື້​ນັບຂາດ​ສະ​ຖຽນ​ລະ​ພາບ ພາຍຫຼັງ​ທ່ານ​​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Imran Khan ຖືກ​ກັກ​ຕົວ - ảnh 1ທ່ານອະດີດນາຍົກລັດຖະມົນຕີ Imran Khan (ພາບ: TTXVN)

ວັນທີ 10 ພຶດສະພາ, ພັກ PTI ຝ່າຍຄ້ານຢູ່ ປາກິດສະຖານ ໄດ້ອອກຄຳຮຽກຮ້ອງຢຸດງານທົ່ວປະເທດ ເພື່ອຄັດຄ້ານການກັກຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan, ເຊິ່ງແມ່ນການນຳສູງສຸດຂອງພັກນີ້ໃນວັນທີ 9 ພຶດສະພາ. ຄະນະການນຳພັກ PTI ໄດ້ກ່າວປະນາມຢ່າງແຮງ ຕໍ່ການກັກຕົວ ທ່ານ Imran Khan ແລະ ຮຽກຮ້ອງການກະທຳທາງດ້ານນິຕິກຳຂອງບັນດາອົງການປະຕິບັດກົດໝາຍຂອງ ປາກິດສະຖານແມ່ນ ການລຸກຂຶ້ນຂອງລັດທິຟາດຊິດ”.

ໃນລະຫວ່າງວັນທີ 9 – 10 ພຶດສະພາ, ບັນດາສະມາຊິກຊອງ PTI ໄດ້ແຫ່ຂະບວນປະທ້ວງຄັດຄ້ານຢູ່ຫຼາຍນະຄອນຂອງ ປາກິດສະຖານ ຄືນະຄອນຫຼວງ Islamabad, Rawalpindi, Lahore, Karachi, Peshawar… ຕຳຫຼວດຕ້ອງນຳໃຊ້ ແກ໊ສນ້ຳຕາເພື່ອຢຸດບຸກຄົນຫົວຮຸນແຮງທີ່ສ້າງຄວາມວຸ້ນວາຍຢູ່ຖະໜົນ ແລະ ກັກຕົວໄດ້ 1000 ຄົນ ຢູ່ແຂວງ Punjab.

ແລະກໍ່ໃນວັນທີ 10 ພຶດສະພາ, ທ່ານ Farhan Haqcho ໂຄສົກ ສປຊ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຫວັງວ່າ ທຸກຝ່າຍຢູ່ ປາກິດສະຖານຈົ່ງຈຳກັດການໃຊ້ຄວາມຮຸນແຮງ, ພ້ອມທັງເລັ່ງວົງການເຈົ້າໜ້າທີ່ປາກິດສະຖານ “ເຄົາລົບການປະຕິບັດການດຳເນີນຄະດີ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີ” ສຳລັບທ່ານອະດີດນາຍົກລັດຖະມົນຕີ Khan.

ຕອບກັບ

ຂ່າວ/ບົດ​ອື່ນ