ຜັນຂະຫຍາຍແຜນແມ່ບົດພັດທະນາການນຳໃຊ້ຂໍ້ມູນ ກ່ຽວກັບຊຸມຊົນ, ການກຳນົດລາຍຊື່ ແລະ ການຢັ້ງຢືນຄວາມຖືກຕ້ອງທາງເອເລັກໂຕຼນິກຮັບໃຊ້ການຫັນ ເປັນດິຈິຕອນ ແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 18/1, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ປະທານຄະນະກຳມະການຫັນໄປສູ່ດີຈີຕອນແຫ່ງຊາດໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດຜັນຂະຫຍາຍແຜນແມ່ບົດພັດທະນາການນຳໃຊ້ຂໍ້ມູນ ກ່ຽວກັບຊຸມຊົນ, ການກຳນົດລາຍຊື່ ແລະ ການຢັ້ງຢືນຄວາມຖືກຕ້ອງທາງເອເລັກໂຕຼນິກຮັບໃຊ້ການຫັນ ເປັນດິຈິຕອນ ແຫ່ງຊາດ ໄລຍະ 2022-2025, ວິໄສທັດເຖິງປີ 2030
ຜັນຂະຫຍາຍແຜນແມ່ບົດພັດທະນາການນຳໃຊ້ຂໍ້ມູນ ກ່ຽວກັບຊຸມຊົນ, ການກຳນົດລາຍຊື່ ແລະ ການຢັ້ງຢືນຄວາມຖືກຕ້ອງທາງເອເລັກໂຕຼນິກຮັບໃຊ້ການຫັນ ເປັນດິຈິຕອນ ແຫ່ງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄຳເຫັນທີ່ກອງປະຊຸມ

       ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເນັ້ນໜັກວ່າ, ການປະຕິບັດແຜນດັ່ງກ່າວໄດ້ຮັບການກຳນົດວ່າແມ່ນໜຶ່ງໃນບັນດາເນື້ອໃນສຳຄັນມີລັກສະນະບຸກທະລຸຂອງໂຄງການຫັນເປັນດີຈີຕອນຂອງລັດຖະບານໃນປີ 2022 ແລະ ຊຸມປີຕໍ່ໄປ. ການກໍ່ສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ແລະ ລະບົບການຜະລິດ, ການອອກ ແລະ ຄຸ້ມຄອງບັດປະຈຳຕົວຂອງ ພົນລະເມືອງ ໄດ້ປະກອບສ່ວນຊຸກຍູ້ການກໍ່ສ້າງລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມ ດີຈີຕອນ.

     ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະປະຕິບັດງານ ຜັນຂະຫຍາຍແຜນແມ່ບົດຈົ່ງ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານທີ່ໄດ້ຮັບມອບໝາຍຢ່າງເປັນປະຈຳ; ເປັນເຈົ້າການ ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍ; ເປັນເສນາທິການລາຍງານຕໍ່ບັນດາຂັ້ນທີ່ມີສະດອຳນາດກ່ຽວກັບບັນດາ ຂໍ້ຫຍຸ້ງຍາກ, ສິ່ງທີ່ຄ້າງຄາ ໃນຂະບວນການຈັດຕັ້ງປະຕິບັດ. ນອກຈາກນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ້ອງຍູ້ແຮງບັນດາ ການບໍລິການສາທາລະນະ ທາງອອນລາຍ, ໂດຍສະເພາະ 25 ການບໍລິການ ສາທາລະນະທີ່ຈໍາເປັນເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ ທີ່ໄດ້ກໍານົດໄວ້ໃນແຜນແມ່ບົດ. ພ້ອມກັນນັ້ນ, ຍູ້ແຮງການກະກຽມສ້າງພື້ນຖານ, ເຊື່ອມຕໍ່ຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນກັບບັນດາຖານຂໍ້ມູນແຫ່ງຊາດ, ວິຊາສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ