ຜັນ​ຂະ​ຫຍາຍ​ໂຄງ​ການ​ໂຮງ​ໝໍ​ອັດ​ສະ​ລິ​ຍະ​ແຫ່ງ​ທຳ​ອິດ​ຂອງ Advantech ຢູ່ ຫວຽດ​ນາມ

(VOVWORLD) -  ດ້ວຍວິໄສທັດກໍ່ສ້າງໂຮງໝໍຫຼາຍຂະແໜງຖ໊າຍຮວ່າ ໄດ້ກາຍເປັນໂຮງໝໍອັດສະລິຍະແຫ່ງທຳອິດຢູ່ ຫວຽດນາມ ແລະ ພາກພື້ນ.

        ຕອນບ່າຍວັນທີ 8 ມັງກອນ, ຢູ່ນະຄອນ ຟານຣາງ - ທາບຈ່າມ (ແຂວງນິງທ້ວນ), ກຸ່ມບໍລິສັດ Advantech ຫວຽດນາມ ແລະ ກຸ່ມບໍລິສັດ Intel (Integrated Electronics  - ອາເມລິກາ) ໄດ້ລົງນາມສັນຍາຮ່ວມມືຍຸດທະສາດກັບໂຮງໝໍຫຼາຍຂະແໜງຖ໊າຍຮວ່າ (ນິງທ້ວນ) ກ່ຽວກັບການຜັນຂະຫຍາຍມາດຕະການຄົບວົງຈອນ “iHospital” ແລະ ບັນດາອຸປະກອນອັດສະລິຍະ, ສ້າງຂີດໝາຍແກ່ການສ້າງຕັ້ງໂຮງໝໍອັດສະລິຍະແຫ່ງທຳອິດຂອງກຸ່ມບໍລິສັດ Advantech ຢູ່ ຫວຽດນາມ ທີ່ໝູນໃຊ້ການຫັນເປັນດີຈີຕອນຢ່າງຮອບດ້ານ ແລະ ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.

        ດ້ວຍວິໄສທັດກໍ່ສ້າງໂຮງໝໍຫຼາຍຂະແໜງຖ໊າຍຮວ່າ ໄດ້ກາຍເປັນໂຮງໝໍອັດສະລິຍະແຫ່ງທຳອິດຢູ່ ຫວຽດນາມ ແລະ ພາກພື້ນ. Advantech ມີມາດຕະການເຕັກໂນໂລຢີສູງ ທີ່ໄດ້ຮັບການອອກແບບສະເພາະແກ່ການໜູນຊ່ວຍຖັນແຖວແພດໝໍ ແລະ ພະນັກງານການແພດໃນການກວດ, ປິ່ນປົວພະຍາດຢ່າງມີປະສິດທິຜົນທີ່ສຸດ ແລະ ເພີ່ມທະວີຄວາມເພິ່ງພໍໃຈໃຫ້ແກ່ຄົນເຈັບໃນໄລຍະເວລານອນປິ່ນປົວພະຍາດ. ຄາດວ່າ ໂຮງໝໍອັດສະລິຍະດັ່ງກ່າວຈະເຂົ້າສູ່ເຄື່ອນໄຫວຢ່າງເປັນທາງການໃນເດືອນກໍລະກົດ 2022.

ຕອບກັບ

ຂ່າວ/ບົດ​ອື່ນ