ຜູ້ອ່ານໜັງສືພິມເອເລກ ໂຕນິກ VOV ສະໜັບ ສະໜູນເງິນເພື່ອສ້ອມແປງກຳປັ່ນຫາປາຖືກ ກຳປັ່ນຂອງຈີນ ຕຳຈົມນ້ຳ

ຜູ້ອ່ານໜັງສືພິມເອເລກ ໂຕນິກ VOV ສະໜັບ ສະໜູນເງິນເພື່ອສ້ອມແປງກຳປັ່ນຫາປາຖືກ ກຳປັ່ນຂອງຈີນ ຕຳຈົມນ້ຳ - ảnh 1
(ມອບ​ຈຳນວນ​ເງິນ​ເກືອບ 16 ລ້ານ​ດົງ​ໃຫ້ເຈົ້າ​ຂອງ
​ມີ​ກຳ​ປັ່ນ Đna 90152 ຖືກ​ກຳ​ປັ່ນ​ຂອງ​ຈີນ ຕຳ​​ຈົມ​ນ້ຳ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 03/06, ຜູ້​ຕາງ​ໜ້າໜັງ​ສື​ພິມ​ເອ​ເລກ​ໂຕ​ນິກວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ​ແທງ​ເຄ, ນະຄອນ​ດ່າ​ນັ້ງ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຈຳນວນ​ເງິນ​ເກືອບ 16 ລ້ານ​ດົງ​ໃຫ້​ຄອບຄົວ​ປ້າ ຮີນ​ທິຍືຮວາ, ​ເຈົ້າ​ຂອງ​ມີ​ກຳ​ປັ່ນ Đna 90152 ຖືກ​ກຳ​ປັ່ນ​ຂອງ​ຈີນ ຕຳ​​ຈົມ​ນ້ຳ ​​ໃນ​ຂະນະ​ທີ່ພວມ​ຫາ​ປາ​ຢູ່​​ເຂດ​ຫາ​ປາ ຮ່ວາງ​ຊາ ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຫວຽດນາມ. ນີ້​ແມ່ນ​ຈຳນວນ​ເງິນ​ໂດຍຜູ້​ອ່ານໜັງ​ສື​ພິມ​ເອ​ເລກ​ໂຕ​ນິກ VOV, ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ ພວມ​ດຳ​ລົງ​ຊີວິດ ​ແລະ ​ເຮັດວຽກ​ຢູ່​ນະຄອນ Magnhitogorsk, ​ແຂ​ວງ Cheliabinsk, ສະຫະພັນ​ລັດ​ເຊຍ ມອບ​ໃຫ້​ເຈົ້າ​ຂອງ​ກຳ​ປັ່ນ Đna 90152 ​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໂດຍ​ໄວ, ສືບຕໍ່​ເດີນ​ທະ​ເລຫາ​ປາ. ນອກຈາກ​ຈຳນວນ​ເງິນ​ຂອງ​ພໍ່​ແມ່​ປະຊາຊົນ​ຫວຽດນາມ, ມີ​ເພື່ອ​ນມິດ​ຊາວ​ລັດ​ເຊຍ ​ແລະ ພິ​ເສດ​ມີ​ຊາວຈີນ ຜູ້​ໜຶ່ງ​ກໍ່​ໄດ້​ມອບ​ເງິນ​ສະໜັບສະໜູນໃນຄັ້ງ​ນີ້.  ປ້າ ຮີນ​ທິຍືຮວາ, ​ເຈົ້າ​ຂອງກຳ​ປັ່ນ Đna 90152 ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ໄດ້​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ຄອບຄົວ​ຊາວ​ປະມົງ​ທາງ​ພາກ​ກາງ. ປ້າ ຮີນ​ທິຍືຮວາ ​ເວົ້າ​ວ່າ.

        “​ໃນ​ຊຸມ​ປີຜ່ານມາ, ພໍ່​ແມ່​ປະຊາຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ໜູນ​ຊ່ວຍ, ຂ້າພະ​ເຈົ້າ​​ໄດ້​ຈົດ​ຈຳ ​ແລະ ຂໍ​ຂອບ​ໃຈ. ​ແຫຼ່ງລະດົມ​ກຳລັງ​ໃຈ​ເພື່ອ​ໃຫ້​ເຈົ້າ​ຂອງ​ກຳ​ປັ່ນ Đna 90152 ​ແລະ​ ຊາວ​ປະມົງ 10 ຄົນ​ພວກ​ຂ້າພະ​ເຈົ້າ​ສືບຕໍ່​​ເດີນ​ທະ​ເລ​ເພື່ອ​ຫາ​ປາ ​ແລະ ​ເພື່ອປົກ​ປັກ​ຮັກສາ​ເຂດ​ທະ​ເລ, ​ໝູ່ເກາະ​ຮ່ວາງ​ຊາ ຂອງ​ຫວຽດນາມ”.

ຂ່າວ/ບົດ​ອື່ນ