ຜູ້ແທນສາກົນມີຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນໂຮ່ຈິມິນ

ຜູ້ແທນສາກົນມີຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)

​(vovworld) –   ວັນ​ທີ 01/05, ສະຫະ​ພັນ​ບັນ​ດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ລາຍການ​ຢ້ຽມຢາມ​ໃຫ້​ຄະນະ​ຜູ້​ແທນ​ສາກົນ ​ເພື່ອ​ຢ້ຽມ​ຢາມ​ຄອງ​ເໝືອງ ຢຽວ​ໂລກ - ທິ້​ແງ່ ​ແລະ ສູນອູ​ປະກະລະ​ສັງຄົມ​ທຽນ​​ເຟື່ອກ 1, ນະຄອນ​ໂຮ່ຈິ​ມິນ. ຄະນະ​ຜູ້​ແທນ​ລວມມີ 40 ຄົນທີ່​ມາ​ຈາກຫຼາຍ​ປະ​ເທດ​ຄື: ລັດ​ເຊຍ, ​ເຢຍລະ​ມັນ, ອີ​ຕາ​ລີ, ສະ​ວິດ, ອັງກິດ, ຮຸງ​ກາຣີ…. ​ແມ່ນ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເຊິ່ງຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ນະຄອນ​​ໂຮ່ຈິ​ມິນ. ​​ເມື່ອ​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປ່​ງທີ່​ໃຫຍ່​ຫຼວງ​ຂອງ​ນະຄອນ​ໂຮ່ຈິ​ມິນ, ພາຍຫຼັງ​ໄດ້ຮັບ​ການ​ປົດ​ປ່ອຍ, ປະລິຍາ​ເອກ Deri Miklos ​ໃຫ້​ຮູ້​ວ່າ, ​ບໍ່​ພຽງ​ແຕ່ນະຄອນ​ໂຮ່ຈິ​ມິນ​ພວມນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ເທົ່າ​ນັ້ນ, ຫາກ​ປະ​ເທດ​ຫວຽດນາມ ມີ​ການ​ປ່ຽນ​​ແປ່​ງທີ່​ໃຫຍ່​ຫຼວງອີກ​ດ້ວຍ . ​ເມື່ອ​ມາ​ຢ້ຽມຢາມ​ສູນອູ​ປະກະລະ​ສັງຄົມ​ທຽນ​​ເຟື່ອກ 1, ​ເມືອງ ກຸ​ຈີ, ທ່ານນາງ Sandra Scagliotti, ຫົວ​ໜ້າ​ສູນ​ຄົ້ນຄວ້າ​ກ່ຽວ​ກັບ​ຫວຽດນາມ, ຫົວ​ໜ້າ​ສະຖານກົງສູນກິ​ຕິ​ມະ​ສັກ​ຂອງ​ຫວຽດນາມ​ ຢູ່​ເຂດ Pieminte ​ແບ່ງປັນ​ວ່າ, ​ແຕ່​ຄາວ​ຍັງ​ໜຸ່ມ, ທ່ານ​ນາງ​ໄດ້​ຄົ້ນ​ຄ້ວາ​ປະຫວັດສາດ, ວັດ​ນະ​ຄະ​ດີກ່ຽວ​ກັບ​ຫວຽດນາມ, ​ເຂົ້າ​ໃຈ ​ແລະ ຮັກ​ຮອມ​ມູນ​ເຊື້ອ​ວັດທະນະທຳ​ຫວຽດນາມ, ທ່ານ​ນາງ​ເອງ​ກໍ່​ມາ​ຫວຽດນາມ ​ເປັນຫຼາຍ​ຄັ້ງ, ສະ​ນັ້ນ​ໄດ້​ເຫັນ​ແຈ້ງ​ການ​ພັດທະນາຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ນະຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ