ຝຣັ່ງຈະອອກສຽງໃນບັນຫາທະເລຕາເວັນອອກຢ່າງແຮງກ່ວາ

ຝຣັ່ງຈະອອກສຽງໃນບັນຫາທະເລຕາເວັນອອກຢ່າງແຮງກ່ວາ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້່າຮ່ວມກອງປະຊຸມ ປີ 2013 ຢູ່ ມາເລເຊຍ
(ພາບ: citinews.net)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 05/06, ຢູ່ປາຣີ, ປະເທດ ຝຣັ່ງ, ພາຍໃຕ້ການເປັນປະທານຮ່ວມ ຂອງປະທານກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ 2014 Irene Natividad, ລັດຖະມົນຕີແມ່ຍິງ, ຊາວໜຸ່ມ ແລະ ກິລາຝລັ່ງ Najiat Vallauud Belkacem ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ນັ້ນ. ທ່ານ​ນາງປະທານກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ 2014 Irene Natividad ​ໃຫ້​ຮູ້​ວ່າ ດ້ວຍ​ຫົວ​ຂໍ້ “​ແມ່ຍິງ: ສ້າງ​ບັນດາ​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ​ຄືນ​ໃໝ່”, ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ, ບົດຮຽນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນວຽກ​ງານ​ສ້າງ​ບັນດາ​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ​ຢູ່​ແຕ່ລະ​ປະ​ເທດຄືນ​ໃໝ່ ​ແລະ ​ໃນ​ທົ່ວ​ໂລກ​ຄືດັ່ງ​ຈຸດໝາຍ​ຕົ້ນ​ຕໍ່. ພິ​ເສດ, ທ່ານ​ນາງປະທານ Natividad ກໍ່​ແນະນຳ​ການ​ເຂົ້າ​ຮ່ວມຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງ​ດີ​ເດັ່ນ ດ້ວຍ​ບັນດາ​ໝາກຜົນ​ທີ່​ເອກອ້າງ​ທະນົງ​ໃຈກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ພ້ອມພຽງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ແມ່​ຍິງ​​ໃນ​ຖານະ​ເປັນ​ການ​ນຳບັນດາ​ວິ​ສາ​ຫະກິດ​ກໍ່​ຄື​ຢູ່​ຂັ້ນ​ສູງ. ທ່ານ​ນາງປະທານ Natividad  ຢືນຢັນ​ວ່າ “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ໃນ​ຫຼາຍ​ປີຜ່ານມາ”.

     ກອນໜ້ານັ້ນ, ວັນທີ 04/06/2014, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຄັ້ງທີ 24 ຢູ່ປາຣີ, ປະເທດ ຝຣັ່ງ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ມີການພົບປະກັນປະທານສະພາສູງ ຝຣັ່ງ Jean – Pierre Bel ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຣັ່ງ Laurent Fabius.

    ທີ່​ການ​ພົບ​ປະ​ດັ່ງກ່າວ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ສະ​ເໜີ​ໃຫ້ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ພະລັງງານ, ວັດທະນະທຳ, ສາທາລະນະ​ສຸກ..​.​

    ນອກຈາກ​ການສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ, ທ່ານ​ປະທານ​ສະພາ​ສູງ ​ແລະ ບັນດາ​ສະມາຊິກ​ສະພາ​ສູງທີ່ຂຶ້ນ​ກັບ​ກຸ່ມ​ ສສຊ ມິດຕະພາບ​ ຝຣັ່ງ - ຫວຽດນາມ ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຍັງສະ​ແດງ​ຄວາມ​ວິຕົກ​ວັງ​ວົນຕໍ່​ສະພາບ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກໃນ​ປະຈຸ​ບັນ, ຫວັງ​ວ່າ​ຈະຊ​ອກຫາ​ມາດ​ຕະການ​ແກ້​ໄຂ​ສັນຕິ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ໂດຍ​ໄວ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພ້ອມ​ທັງ​ຢັ້ງຢືນ​ສະພາ​ສູງ​ຈະ​ສືບ​ຕໍ່​ມີ​ສຽງ​ເວົ້າ​ແຮງ​ກ່ວາ​ໃນ​ບັນຫາ​ນີ້​.

    ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຣັ່ງ ​ໃຫ້​ຮູ້​ວ່າ: ຝຣັ່ງ ຍາມ​ໃດ​ກໍ່​ຕິດຕາມ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ. ທ່ານ Laurent Fabius ຢັ້ງຢືນ​ວ່າ: ຝຣັ່ງ ຈະ​ມານະ​ພະຍາຍາມ ພ້ອມ​ກັບ ຫວຽດນາມ ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

    ວັນ​ທີ 5/6/2014, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ​ສຸດຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 24.


ຂ່າວ/ບົດ​ອື່ນ