ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ພິເສດເຖິງວຽກງານສຶກສາ, ບຳລຸງສ້າງ

(VOVWORLD) - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາ, ບຳລຸງສ້າງ ແລະ ເບິ່ງແຍງດູແລລຸ້ນໜຸ່ມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ

ຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະສັງສັນກັບຄະນະຜູ້ແທນເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ” ປີ 2017. ເຂົ້າຮ່ວມການພົບປະສັງສັນ ມີບັນດາພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນດີເດັ່ນ 60 ຄົນ ໃນລາຍການ “ນັກຮົບປ້ອງກັນຊາຍແດນພ້ອມກັບນັກຮຽນໄປໂຮງຮຽນ” ແລະ ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຮັບການອຸ້ມຊູ່ຊ່ວຍເຫຼືອຂອງນັກຮົບປ້ອງກັນຊາຍແດນ ເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ”.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາ, ບຳລຸງສ້າງ ແລະ ເບິ່ງແຍງດູແລລຸ້ນໜຸ່ມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເອົາໃຈໃສ່, ເບິ່ງແຍງດູແລເດັກນ້ອຍ ຊຶ່ງແມ່ນລູກຫຼານຂອງທະຫານເສຍອົງຄະ, ທະຫານເຈັບປວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ