ພັກ, ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ ອາ​ໄສ ຢູ່​ຕ່າງ​ປ​ະ​ເທດ

(VOVWORLD) -  ໃນການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ກອງປະຊຸມສຸດຍອດ ອາຊຽນ - GCC ມີລັກສະນະປະຫວັດສາດ ແລະ ເລື່ອງ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ກໍເປັນການປະກອບສ່ວນເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ. ພ້ອມດຽວກັນນັ້ນ, ທ່ານກໍແຈ້ງໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອາຣັບບີ ຊະອຸດິ ຮັບຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ.
ພັກ, ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ ອາ​ໄສ ຢູ່​ຕ່າງ​ປ​ະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

“ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຕອນຄ່ຳວັນທີ 20 ຕຸລາ, ຢູ່ນະຄອນຫຼວງ Riyadh, ໃນການພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາຣັບບີ ຊະອຸດິ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຢ້ຽມຢາມ ອາຣັບບີ ຊະອຸດິ.

        ໃນການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ກອງປະຊຸມສຸດຍອດ ອາຊຽນ - GCC ມີລັກສະນະປະຫວັດສາດ ແລະ ເລື່ອງ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ກໍເປັນການປະກອບສ່ວນເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ. ພ້ອມດຽວກັນນັ້ນ, ທ່ານກໍແຈ້ງໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອາຣັບບີ ຊະອຸດິ ຮັບຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ. ທ່ານໃຫ້ຮູ້ວ່າ “ຍັງບໍ່ທັນມີເວລາໃດ ທີ່ ຫວຽດນາມ ມີຖານະບົດບາດ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນສາກົນຄືໃນປັດຈຸບັນ”, ຄືດັ່ງຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ