ພັກກອມມູນິກເຊັກ - Morava ສະໜັບສະໜູນ ຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ

ພັກກອມມູນິກເຊັກ - Morava ສະໜັບສະໜູນ ຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ - ảnh 1
ພັກ​ກອມ​ມູນິກ​ເຊັກ - Morava ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​
ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ
(ພາບ: vietnamplus.vn)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​​ເຮັດ​ວຽກ​ຢູ່​ສ.​ເຊັກ, ວັນ​ທີ 19/08, ຄະນະ​ຜູ​້​ແທນ​ຂັ້ນ​ສູງ​ສູນ​ກາງ​ພັກ ​ໂດຍ​ທ່ານ​ນາງ ຮ່າ​ທິຄ໋ຽດ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບທ່ານ​ Vojtech Filip, ປະທານ​ພັກ​ກອມ​ມູນິດ​ເຊັກ - Morava .

      ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ Vojtech Filip ຢືນຢັນ​ວ່າ ຍາມ​ໃດ​ລັດຖະບານ​ເຊັກ ​ແລະ ພັກ​ກອມ​ມູນິດ​ເຊັກ - Morava ກໍ່​ສະໜັບສະໜູນ​​ຊາວ​ຫວຽດນາມ ພວມ​ດຳລົງ​ຊີ​ວິດ​ຢູ່​ສ.​ເຊັກ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງເຂົ້າ​ສັງຄົມປະຈຳ​ຖິ່ນ, ພິ​ເສດ​ແມ່ນ​ເລື່ອງ​ຊາວ​ເຊັກ ​ເຊື້ອ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ບັນດາ​ການ​ເລືອກ​ຕັ້ງຂັ້ນທ້ອງ​ຖິ່ນ. ທ່ານ​ກໍ່​ໃຫ້​ຮູ້​ວ່າ ຍາມ​ໃດພັກ​ກອມ​ມູນິດ​ເຊັກ - Morava ກໍ່​ຕັ້ງໜ້າ​ຊຸກຍູ້​ບັນດາ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ເພີ​ມທະວີ​ຄວາມ​ສາມັກຄີມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ 2 ປະ​ເທດສ.​ເຊັກ ​ແລະ ຫວຽດນາມ. ທ່ານ​Vojtech Filip, ກໍ່​ສະ​ແດງ​ການ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ.

     ​ແລະ ກໍ່​ໃນ​ວັນ​ດຽວກັນ, ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ສ.​ເຊັກ, ທ່ານ​ນາງ ຮ່າ​ທິຄ໋ຽດ ​ໄດ້ຍ້ອງຍໍ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ​ປະ​ຈຳ​ຕ່າງປະ​ເທດ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ແທດ​ຈິງ​ໃນ​ວຽກ​ງານ​ຂົນຂວາຍ​ມະຫາຊົນ, ສ້າງ​ຕັ້ງບັນດາ​ສະມາຄົມ​ມະຫາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ ​ໃຫ້​ນັບ​ມື​ນັບ​ໝັ້ນຄົງເຂັ້ມ​​ແຂງ, ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຫວຽດນາມ.

ຂ່າວ/ບົດ​ອື່ນ