ພັດທະນາການພົວພັນກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ

(VOVWORLD) - ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນ ຈີນ ສະໜັບສະໜູນ ຫວຽດນາມ ພັດທະນາ, ສະຖຽນລະພາບ, ສ້າງສັງຄົມນິຍົມເໝາະສົມກັບສະພາບການຂອງປະເທດຊາດ.
ພັດທະນາການພົວພັນກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:VOV)

ຕອນເຊົ້າວັນທີ 8 ເມສາ, ຢູ່ນະຄອນຫຼວງ ປັກກິ່ງ, ປະເທດຈີນ, ໃນຂອບເຂດການຢ້ຽມຢາມຈີນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົຍປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ.

        ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງການພັດທະນາການພົວພັນກັບຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຢັ້ງຢືນ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍໃນການປະຕິບັດນະໂຍບາຍ “ປະເທດ ຈີນດຽວ”. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ສອງຝ່າຍປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈການເມືອງ, ເພີ່ມທະວີການພົບປະຂັ້ນສູງ, ຜັນຂະຫຍາຍການພົວພັນ, ຮ່ວມມື ໃນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະ ໃນບັນດາຂົງເຂດສຳຄັນຄື: ການທູດ, ຕຳຫຼວດ, ປ້ອງກັນປະເທດໃຫ້ເປັນຢ່າງດີ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງຝ່າຍຍົກລະດັບການເຊື່ອມຕໍ່ຍຸດທະສາດ, ສ້າງກຳລັງໜູນເຕີບໂຕໃໝ່ໃຫ້ການຮ່ວມມືສອງປະເທດ, ຈຸດສຸມແມ່ນຊຸກຍູ້ການຮ່ວມມືການຄ້າ, ເປີດກ້ວາງການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດຂອງ ຫວຽດນາມ, ຍູ້ແຮງການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາຍຸດທະສາດພັດທະນາໃຫຍ່ຂອງ ຈີນ, ເຊື່ອມຕໍ່ທາງລົດໄຟ, ທາງບົກຄວາມໄວສູງ, ທາງທະເລ, ທາງອາກາດ, ຊຸກຍູ້ການຮ່ວມມືການເງິນ, ເງິນຕາ, ຫັນເປັນດີຈີຕອນ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນ ຈີນ ສະໜັບສະໜູນ ຫວຽດນາມ ພັດທະນາ, ສະຖຽນລະພາບ, ສ້າງສັງຄົມນິຍົມເໝາະສົມກັບສະພາບການຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເນັ້ນໜັກເລື່ອງການນຳສູງສຸດຂອງສອງພັກ, ສອງລັດ ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນອະນາຄົດມີຄວາມໝາຍຍຸດທະສາດ ເປິດໄລຍະຮ່ວມມືໃໝ່, ເປີດກ້ວາງການພົວພັນສອງຝ່າຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ຢັ້ງຢືນ ຈີນ ກຽມພ້ອມຊຸກຍູ້ການພົວພັນສອງພັກ, ສອງລັດໃຫ້ນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກ, ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ