ພິທີຕ້ອນຮັບເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ

(VOVWORLD) - ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບກັບທ່ານປະທານສະພາແຫ່ງຊາດ ຝລັ່ງ, ຕ້ອນຮັບທ່ານເລຂາທິການທົ່ວປະເທດຂອງພັກກອມມູນິດ ຝລັ່ງ, ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ, ພົບປະເຈລະຈາກັບທ່ານ Emmanuel Macron ປະທານາທາບໍດີ ຝລັ່ງ. 
ພິທີຕ້ອນຮັບເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ - ảnh 1ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ  (ພາບ: TTXVN)

ຕອນເຊົ້າວັນທີ 7 ຕຸລາ, ຕາມເວລາທ້ອງຖິ່ນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນການເດີນທາງມາຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີລະດັບຊາດ ຢູ່ວັງ Invalides ຢູ່ນະຄອນຫຼວງ ປາຣີ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝລັ່ງ Sébastien Lecornu ເປັນປະທານພິທີຕ້ອນຮັບ. ຕາມແຜນການແລ້ວ, ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບກັບທ່ານປະທານສະພາແຫ່ງຊາດ ຝລັ່ງ, ຕ້ອນຮັບທ່ານເລຂາທິການທົ່ວປະເທດຂອງພັກກອມມູນິດ ຝລັ່ງ, ໃຫ້ການຕ້ອນຮັບສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ, ພົບປະເຈລະຈາກັບທ່ານ Emmanuel Macron ປະທານາທາບໍດີ ຝລັ່ງ ແລະ ເປັນສັກຂີພິຍານ ພິທີມອບຮັບເອກະສານຮ່ວມມືສະບັບຕ່າງໆ; ຢ້ຽມຢາມສຳນັກງານ ແລະ ເຮັດວຽກກັບຜູ້ອຳນວຍການໃຫຍ່ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO), ພົບປະກັບທ່ານປະທານສະພາສູງ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ