ພິທີປຸກລະດົມ ຮ່າໂນ້ຍ ນັບຖອຍຫລັງ 31 ວັນມຸ່ງໄປເຖິງ SEA Games 31

(VOVWORLD) -ພິທີປຸກລະດົມ ຮ່າໂນ້ຍ ນັບຖອຍຫລັງ 31 ວັນ ມຸ່ງໄປເຖິງ SEA Games 31 ໄດ້ດຳເນີນຢ່າງສົມກຽດ ໃນຕອນເຊົ້າວັນທີ 11 ເມສາ ຢູ່ ຫນອງ ຮ່ວານກຽມ ໂດຍມີການເຂົ້າຮ່ວມຂອງຊາວນະຄອນຫລວງ ນັບພັນໆຄົນ.
ພິທີປຸກລະດົມ ຮ່າໂນ້ຍ ນັບຖອຍຫລັງ 31 ວັນມຸ່ງໄປເຖິງ SEA Games 31 - ảnh 1ທ່ານ ຈູງອັກແອງ ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ. (ພາບ: VOV)

ພິທີປຸກລະດົມເປັນການສ້າງຂີດໝາຍ ຍັງອີກ 31 ວັນ ແມ່ນດຳເນີນພິທີໄຂ SEA Games 31 (ວັນທີ 12 ພຶດສະພາ ປີ 2022). ເຫດການກິລາໃຫຍ່ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໂດຍຫວຽດນາມ ແມ່ນເຈົ້າພາບຈັດຕັ້ງ ດ້ວຍການແຂ່ງຂັນກິລາ 40 ປະເພດ. ກ່າວຄຳເຫັນນະພິທີ, ທ່ານ ຈູງອັກແອງ ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ເນັ້ນຫນັກວ່າ: ພາຍຫລັງ 19 ປີ ຈາກ SEA Games 22, ຮ່າໂນ້ຍ ມີຄວາມເປັນກຽດໄດ້ຄັດເລືອກແມ່ນສະຖານທີ່ຈັດຕັ້ງພິທີໄຂ SEA Games 31.

  ພິທີປຸກລະດົມໃນມື້ນີ້ ແມ່ນເພື່ອໂຄສະນາເຖິງປະຊາຊົນ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເລື່ອງຈັດຕັ້ງ SEA Games 31,ຈາກນັ້ນ ລະດົມທຸກແຫລ່ງກຳລັງ ແລະ ການສະຫນັບສະຫນູນຂອງທົ່ວສັງຄົມ ເພື່ອຮັບໃຊ້ວຽກງານຈັດຕັ້ງ SEA Games 31 ພ້ອມກັນນັ້ນ ຂົນຂວາຍປະຊາຊົນປະຕິບັດວິຖີຊີວິດໃຫ້ມີສີວິໄລ, ສຸພາບ, ສ້າງຈຸດເດັ່ນໃນທິວທັດຂອງຕົວເມືອງ.

 ພາຍຫລັງພິທີປຸກລະດົມ ນັບຖອຍຫລັງ 31 ວັນມຸ່ງໄປເຖິງ SEA Games 31, ບັນດາຜູ້ແທນ, ນັກກິລາ ແລະ ປະຊາຊົນທຸກຊັ້ນວັນນະ ພ້ອມກັນເຂົ້າຮ່ວມ ວັນແລ່ນ Olympic ເພື່ອສຸຂະພາບຂອງປະຊາຊົນ ແລະ ການແຂ່ງຂັນ ແລ່ນເພື່ອສັນຕິພາບປີ 2022 ໂດຍຫນັງສືພິມຮ່າໂນ້ຍເມີຍ (ຮ່າໂນ້ຍໃຫມ່) ຄັ້ງທີ 47 ຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ